ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍຝ່າຍ​ຮຽກຮ້ອງ​ໃຫ້​ເພີ່​ມທະວີ​ກຽມພ້ອມ​ຮັບ​ມື​ກັບການກໍ່ການ​ຮ້າຍ
ພາຍຫຼັງຫົວໜ້າກຸ່​ມ ອີ​ແອັດຊ໌ ( IS ) ຖືກ​ສັງຫາ


     ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 29 ຕຸລາ ນີ້ວ່າ: ທ່ານ ໂດນັລ ທຣຳ ປະທານາທິບໍດີອາເມຣິກາປະກາດວ່າ: ອາບູ ບາກ ດາດີ ຫົວໜ້າສູງສຸດຂອງກຸ່ມ ອີ​ແອັດຊ໌
( IS ) ໄດ້ຖືກວິສາມັນໃນປະຕິບັດການທາງການທະຫານຂອງ ອາເມຣິກາ ຢູ່ ຊີຣີ. ແຕ່ປະຊາຄົມໂລກເຫັນວ່າ: ເຖິງວ່າການຕາຍຂອງ ບາກດາດີ ເປັນຄວາມຄືບໜ້າອັນສຳ
ຄັນໃນການຕໍ່ຕ້ານກຸ່ມ ອີ​ແອັດຊ໌ ( IS ) ກໍຕາມ, ແຕ່ກຸ່ມຫົວຮຸນແຮງດັ່ງກ່າວຍັງບໍ່ທັນຖືກດັບສູນເທື່ອ, ສະພາບການຕໍ່ຕ້ານການກໍ່ການຮ້າຍ ຍັງຂ້ຽວຂາດຢູ່ ແລະ ຄາດວ່າ
ຈະມີແນວໂນ້ມຮຸນແຮງຂຶ້ນກວ່າເກົ່າ.

     ທ່ານ ໂບຣິສ ຈອນຊັນ ນາຍົກລັດຖະມົນຕີອັງກິດກ່າວວ່າ: ການຕາຍຂອງ ບາກດາດີ ເປັນຈຸດເວລາທີ່ສຳຄັນໃນການຕ້ານການກໍ່ການຮ້າຍ, ແຕ່ບັ້ນໂຈມຕີກຸ່ມ ອີ​
ແອັດຊ໌ ( IS ) ຍັງບໍ່ທັນສິ້ນສຸດລົງເທື່ອ. ອັງກິດ ຈະຮ່ວມມືກັບພັນທະມິດເພື່ອພະຍາຍາມຮ່ວມກັນດັບສູນການກໍ່ການຮ້າຍຂອງກຸ່ມດັ່ງກ່າວຢ່າງຖາວອນ.

     ທ່ານ ເອມມານູເອວ ມາກຣົງ ປະທານາທິບໍດີຝຣັ່ງກ່າວວ່າ: ການຕາຍຂອງ ບາກດາດີ ເປັນ ການໂຈມຕີກຸ່ມ ອີ​ແອັດຊ໌ ( IS ) ຢ່າງໜັກໜ່ວງ, ແຕ່ກໍເປັນພຽງສ່ວນໜຶ່ງ
ເທົ່ານັ້ນ ຝຣັ່ງ ຈະຮ່ວມມືກັບພັນທະມິດສາກົນສືບຕໍ່ຕ້ານລັດທິກໍ່ການຮ້າຍຈົນກວ່າຈະບັນລຸເປົ້າໝາຍປາບປາມກຸ່ມຫົວຮຸນແຮງດັ່ງກ່າວຢ່າງເຖິງຖອງ.

     ລັດຖະມົນຕີກະຊວງພາຍໃນຂອງ ຝຣັ່ງ ໄດ້ກ່າວວ່າ: ຫຼັງຈາກການຕາຍຂອງ ບາກດາດີແລ້ວອາດຈະກໍ່ໃຫ້ເກີດການປຸກລະດົມດ້ວຍການໂຄສະນາຂອງລັດທິຫົວຮຸນ
ແຮງຢ່າງຫຼວງຫຼາຍ ແລະ ພາໃຫ້ເກີດມີການລົງມືແກ້ແຄ້ນ, ທ່ານໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຕຳຫຼວດຈົ່ງເພີ່ມທະວີການຮັບມືກັບເລື່ອງດັ່ງກ່າວ.