ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກີດ​ເຫດ​ລະ​ເບີດ 2 ຄັ້ງ​ ຢູ່ ກາຊາ ມີ​ຜູ້​ເສຍ​ຊີວິດ 3 ຄົນ


     ສຳນັກຂ່າວ ຊິນຮວ່າ ລາຍງານໃຫ້ຮູ້ວ່າ: ວັນທີ 28 ສິງຫາ 2019 ທີ່ຜ່ານມານີ້, ກຸ່ມຮາມັດ ໄດ້ອອກຖະແຫຼງການວ່າ: ເກີດເຫດວາງລະເບີດ 2 ຄັ້ງ ຢູ່ເຂດ ກາຊາ ໃນ
ຕອນແລງວັນທີ 27 ສິງຫາ 2019 ເຮັດໃຫ້ຕຳຫຼວດ 3 ຄົນ ເສຍຊີວິດ.

     ຖະແຫຼງການລະບຸວ່າ: ໃນຕອນແລງຂອງວັນທີ 27 ສິງຫາ 2019, ໄດ້ມີການວາງລະເບີດໃກ້ກັບຈຸດກວດກາທາງທິດໃຕ້ຂອງນະຄອນ ກາຊາ ເຮັດໃຫ້ຕຳຫຼວດເສຍ
ຊີວິດ 2 ຄົນ ແລະ ໄດ້ຮັບບາດເຈັບ 1 ຄົນ. ແຕ່ຕໍ່ມາບໍ່ທັນຮອດ 1 ຊົ່ວໂມງ ກໍໄດ້ເກີດເຫດລະເບີດແຕກຂຶ້ນອີກຄັ້ງຢູ່ໃກ້ກັບດ່ານກວດກາທາງທິດຕາເວັນຕົກຂອງນະຄອນ
ກາຊາ ສົ່ງຜົນໃຫ້ຕຳຫຼວດເສຍຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍຄົນ.

     ໂດຍທາງກຸ່ມ ຮາມັດ ໄດ້ກ່າວຫາວ່າ ອິດສະຣາເເອນ ເປັນຜູ້ຢູ່ເບື້ອງຫຼັງຂອງການໂຈມຕີສອງຄັ້ງນີ້, ແຕ່ ອິດສະຣາແອນ ໄດ້ປະຕິເສດ ປັດຈຸບັນຍັງບໍ່ທັນມີພາກສ່ວນໃດ
ຫຼື ບຸກຄົນໃດອ້າງວ່າ ເປັນຜູ້ກໍ່ເຫດດັ່ງກ່າວ.

     ປັດຈຸບັນ, ກອງກຳລັງຮັກສາຄວາມສະຫງົບຂອງຮາມັດ ໄດ້ມີສະຕິລະວັງຕົວສູງ ແລະໄດ້ເລີ່ມຈັບກຸມຜູ້ທີ່ກ່ຽວຂ້ອງກັບກຸ່ມຫົວຮຸນແຮງ ແລະ ກຸ່ມຫົວຮຸນແຮງໃນເຂດ
ກາຊາ.