ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມຣິກາ ປະກາດ​ຈະ​ລຶບ​ຊື່ ອາ​ຟກາ​ນິດ​ສະຖານ ອອກ​ຈາກ​ແຜນ​ທີ່​ໂລກ


     ສໍານັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 26 ກໍລະກົດ 2019ນີ້ວ່າ: ຫ້ອງວ່າການປະທານາທິບໍດີ ອາຟການິດສະຖານ ໄດ້ຮຽກຮ້ອງໃຫ້ທາງລັດຖະບານສະຫະລັດ
ໃຫ້ຄໍາອະທິບາຍເຖິງທີ່ມາທີ່ໄປ ຫຼື ໃຫ້ຄວາມກະຈ່າງແຈ້ງ. ກ່ຽວກັບຄຳຖະແຫຼງການຂອງປະທານາທິບໍດີ ໂດນັລ ທຣຳ ຜູ້ນຳ ສະຫະລັດອາເມຣິກາ ທີ່ເວົ້າວ່າ: ເຂົາສາມາດ
ທີ່ຈະເຮັດໃຫ້ການສູ້ຮົບຢູ່ໃນ ອາຟການິດສະຖານ ສິ້ນສຸດລົງ ພາຍໃນເວລາພຽງໜຶ່ງອາທິດດ້ວຍວິທີ “ລຶບຊື່ ອາຟການິດສະຖານ ອອກຈາກໜ່ວຍໂລກ.”

     ຫ້ອງວ່າການປະທານາທິບໍດີ ອາຟການິດສະຖານ ຖະແຫຼງ ວ່າ: ຍັງບໍ່ທັນມີຈັກເທື່ອ ແລະ ຈະບໍ່ມີຈັກເທື່ອທີ່ອາຟການິດສະຖານ ອະນຸຍາດໃຫ້ອິດທິກຳລັງໃດໆຢູ່ນອກ
ປະເທດມາຕັດສິນຊະຕາກຳຂອງຕົນ.

     ຄຳຖະແຫຼງດັ່ງກ່າວ ຂອງປະທານາທິບໍດີສະຫະລັດມີອອກມາພາຍຫຼັງການພົບປະກັບນາຍົກລັດຖະມົນຕີປາກິດສະຖານ ອິມຣານຂ່ານ ຢູ່ທີ່ທຳນຽບຂາວເມື່ອວັນທີ 22
ກໍລະກົດ ທີ່ຜ່ານມາ.