ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເຄຫະສະຖານ ສປຊ ຄັ້ງ​ທຳ​ອິດ​ໄຂ​ຂື້ນຢູ່​ເຄນ​ຢາ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 29 ພຶດສະພາ 2019 ນີ້ວ່າ: ກອງປະຊຸມເຄຫະສະຖານອົງການສະຫະປະຊາຊາດຄັ້ງທຳອິດໄດ້ຈັດຂຶ້ນໃນວັນທີ 28 ພຶດ
ສະພານີ້ຢູ່ນະຄອນຫຼວງໄນໂຣບີ ປະເທດເຄນຢາ ພາຍໃຕ້ຫົວຂໍ້ “ການປະດິດສ້າງໃໝ່ເຮັດໃຫ້ຊີວິດການເປັນຢູ່ໃນຕົວເມືອງ ແລະ ເຂດຊຸມຊົນດີຍິ່ງຂຶ້ນ” ເຊິ່ງຈຸດປະສົງຂອງ
ກອງປະຊຸມແມ່ນເພື່ອຄົ້ນຫາວິທີໃນການປະດິດສ້າງໃໝ່ ແລະ ຍືນຍົງເພື່ອຮັບມືກັບສິ່ງທ້າທາຍຕ່າງໆທີ່ຈະປະເຊີນໃນຂະບວນການຫັນເປັນຕົວເມືອງຂອງໂລກ.

     ທ່ານນາງ ໄມມູນາ ບິນຕີ ມອດຊາຣີຟ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ທັງເປັນຜູ້ອຳນວຍການບໍລິຫານງານອົງການຕັ້ງຖິ່ນຖານຂອງມະນຸດຂອງອົງ
ການສະຫະປະຊາຊາດໄດ້ກ່າວໃນພິທີເປີດກອງປະຊຸມວ່າ: ທ່ວງທ່າການຫັນເປັນຕົວເມືອງຂອງໂລກນັບມື້ ນັບເລັ່ງລັດໄວຂຶ້ນ, ກອງປະຊຸມເຄຫະສະຖານຈະປະເຊີນໜ້າກັບ
ສິ່ງທ້າທາຍຕ່າງໆໃນຂະບວນ ການຫັນເປັນຕົວເມືອງ ແລະ ຈະສະເໜີວິທີແກ້ໄຂບັນຫາດ້ວຍການປະດິດສ້າງໃໝ່ເພື່ອຮັບມື ກັບສິ່ງທ້າທາຍເຫຼົ່ານີ້ເພື່ອຊຸກຍູ້ການພັດທະນາ
ແບບຍືນຍົງ.

     ໃນພິທີເປີດກອງປະຊຸມດັ່ງກ່າວ, ທ່ານ ມາທາ ເດວກາໂດເປຣານຕາ ຮອງລັດຖະ ມົນຕີກະຊວງການຕ່າງປະເທດເມັກຊິກ ໄດ້ຖືກເລືອກຕັ້ງເປັນປະທານກອງປະຊຸມເຄ
ຫະສະຖານອົງການສະຫະປະຊາຊາດຄັ້ງທຳອິດ. ກອງປະຊຸມດັ່ງກ່າວຈະປິດລົງໃນວັນທີ 31 ພຶດ ສະພານີ້ໂດຍ 4 ປີໃດຈະຈັດຂຶ້ນເທື່ອໜຶ່ງ.