ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ G20 ລົງທຶນ 5.000 ຕື້​ໂດ​ລາ​ສະຫະລັດ
ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັດ ​ໂຄ​ວິດ-19


     ວັນທີ 26 ມີນານີ້, ກຸ່ມ G20 ປະກາດວ່າ: ກຸ່ມ G20 ກໍາລັງໃຊ້ມາດຕາການທີ່ວ່ອງໄວ ແລະ ແຂງແຮງ ເຊິ່ງລວມທັງລົງທຶນຈໍານວນ 5.000 ຕື້ໂດລາສະຫະລັດ ເຂົ້າ
ເສດຖະກິດໂລກ. ເພື່ອຮັບມືກັບການແຜ່ລະບາດຂອງເຊື້ອ​ໄວຣັດໂຄວິດ-19. ຜູ້ນໍາກຸ່ມ G20 ໄດ້ອອກຖະແຫຼງການຮ່ວມພາຍຫຼັງກອງປະຊຸມສຸດຍອດໂດຍກ່າວວ່າ: ພວກ
ເຮົາກໍາລັງປະຕິບັດມາດຕາການທີ່ວ່ອງໄວ ແລະ ແຂງແຮງ, ສະໜັບສະໜູນເສດຖະກິດ, ປົກປັກຮັກສາຜູ້ອອກແຮງງານ ແລະ ວິສາຫະກິດ ໂດຍສະເພາະແມ່ນວິສາຫະກິດ
ນ້ອຍ ແລະ ວິສາຫະກິດຈຸລະພາກ. ພວກເຮົາກໍາລັງລົງທຶນຈໍານວນ 5.000 ຕື້ໂດລາສະຫະລັດ ເພື່ອຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດພະຍາດທີ່ມີຕໍ່ສັງຄົມ, ເສດ
ຖະກິດ ແລະ ການທະນາຄານ. ຖະແຫຼງການດັ່ງກ່າວຮຽກຮ້ອງໃຫ້ລັດຖະມົນຕີກະຊວງສາທາ ລະນະສຸກຂອງບັນດາປະເທດ ຈັດກອງປະຊຸມໃນເວລາທີ່ຈໍາເປັນ, ແບ່ງປັນ
ບົດຮຽນທີ່ມີປະສິດທິຜົນຂອງປະເທດຕົນ, ພ້ອມທັງປະຕິບັດການເຄື່ອນໄຫວສຸກເສີນຕ່າງໆກ່ອນກອງປະຊຸມລະດັບລັດຖະມົນຕີທີ່ຈະຈັດຂຶ້ນໃນເດືອນ ເມສາ ເພື່ອຮ່ວມ
ກັນຕ້ານການແຜ່ລະບາດເຊື້ອພະຍາດໃນຄັ້ງນີ້. ຖະແຫຼງການລະບຸວ່າ: ກຸ່ມ G20 ຈະຮ່ວມມືກັບອົງການອະນາໄມໂລກ, ອົງການກອງທຶນເງິນຕາສາກົນ, ທະນາຄານໂລກ
ແລະ ອົງການຈັດຕັ້ງສາກົນອື່ນໆ, ພະຍາຍາມຢ່າງສຸດຂີດເພື່ອຜ່ານຜ່າການແຜ່ລະບາດຂອງເຊື້ອ​ໄວຣັດໂຄວິດ-19 ໃນຄັ້ງນີ້.