ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປຊ ຮຽກຮ້ອງໃຫ້ ອາຟະຣິກາກາງ ຈັດການເລືອກຕັ້ງສະພາ
ແລະ ປະທານາທິບໍດີດ້ວຍຄວາມສະຫງົບ


ທ່ານ ດີຈາຣິກ ໂຄສົກຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ

     ສຳນັກຂ່າວຊິນ ລາຍງານໃຫ້ຮູ້ວັນທີ 28 ທັນວາ ນີ້ວ່າ: ທ່ານ ກູເຕີເຣດ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ( ສປຊ ) ໄດ້ອອກຖະແຫຼງການ
ໂດຍຮຽກຮ້ອງໃຫ້ ອາຟະຣິກາກາງ ຈັດການເລືອກຕັ້ງສະພາ ແລະ ປະທານາທິບໍດີດ້ວຍຄວາມສະຫງົບ, ຢ່າງມີສ່ວນຮ່ວມ ແລະ ເຊື່ອຖືໄດ້.

     ທ່ານ ດີຈາຣິກ ໂຄສົກຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່າວໃນຖະແຫຼງການ ວ່າ: ສປຊ ໄດ້ຮຽກຮ້ອງໃຫ້ທຸກຝ່າຍໃນສາທາລະນະລັດ
ອາຟະຣິກາກາງ ຫຼີກລ່ຽງການກະທໍາໃດໆ ທີ່ອາດເປັນໄພຂົ່ມຂູ່ຕໍ່ຊີວິດ, ລົບກວນຂະບວນການເລືອກຕັ້ງ ແລະ ສະຖຽນລະພາບຂອງຊາດ, ລວມທັງຄວາມ
ຮຸນແຮງ, ການປຸກລະດົມໃຫ້ເກີດຄວາມຮຸນແຮງໃນອະນາຄົດ ແລະ ຄວາມຄຽດແຄ້ນພາຍໃນ. ຖະແຫຼງການຍັງລະບຸອີກວ່າ: ທ່ານ ກູເຕີເຣດ ໄດ້ ກ່າວປະ
ນາມຢ່າງຮຸນແຮງຕໍ່ການໂຈມຕີ ພົນລະເຮືອນ, ພະນັກງານຊ່ວຍເຫຼືອມະນຸດສະ ທຳ, ອຳນາດການປົກຄອງ ສາທາລະນະລັດ ອາຟະຣິກາກາງ, ຜູ້ຮັກສາສັນຕິ
ພາບ ແລະ ຜູ້ສະໝັກເລືອກຕັ້ງ, ພ້ອມຮຽກຮ້ອງໃຫ້ອຳນາດການປົກຄອງ ສາທາລະນະ ລັດອາຟະຣິກາກາງ ຮັບປະກັນວ່າ: ຄວາມຮຸນແຮງທີ່ກ່ຽວຂ້ອງກັບ
ການເລືອກຕັ້ງນັ້ນ ຈະຕ້ອງຮັບຜິດຊອບ ຫຼື ຕ້ອງຫຼີກລ່ຽງໃຫ້ໄດ້.

     ພ້ອມກັນນັ້ນຍັງໄດ້ຮຽກຮ້ອງໃຫ້ຜູ້ລົງນາມໃນຂໍ້ຕົກລົງສັນຕິພາບຂອງ ສາທາລະນະລັດ ອາຟະຣິກາກາງ ຕ້ອງຮັກສາຄໍາໝັ້ນສັນຍາຂອງພວກເຂົາ ແລະ
ແກ້ໄຂບັນຫາຄວາມກັງວົນຂອງພວກເຂົາ ໂດຍຜ່ານວິທີທີ່ສະຫງົບສຸກ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງທາງດ້ານການເມືອງ ແລະ ຕ້ອງແກ້ໄຂ
ຄວາມແຕກຕ່າງ ໂດຍສັນຕິວິທີ ໂດຍຜ່ານການສົນທະນາຕາມກົນໄກສະຖາບັນທີ່ເໝາະສົມ.