ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ກຳລັງ​ພັນທະ​ມິດ ນາ​ໂຕ ຊ້ອມ​ຮົບ​ຢູ່​ໃນ​ເຂດ​ທະ​ເລ​ດຳ


     ສຳນັກຂ່າວ ຟອກສນີວ ລາຍງານໃນວັນທີ 27 ຕຸລາ ທີ່ຜ່ານມາວ່າ: ກອງເສນາທິການຮ່ວມຂອງບັນດາກອງກຳລັງປະກອບອາວຸດຂອງ ຣູມານີ ແຈ້ງໃຫ້ຮູ້ວ່າ: ໃນວັນ
ທີ 21 ຕຸລາ ການຊ້ອມຮົບສາກົນ “Fall Strom 2019” ຂອງອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ (NATO) ໄດ້ເລີ່ມຂຶ້ນແລ້ວຢູ່ໃນເຂດທະເລຂອງ ຣູມານີ ແລະ
ເຂດທະເລສາກົນໃນທະເລດຳ. ໂດຍການຊ້ອມຮົບຄັ້ງນີ້ແກ່ຍາວຮອດວັນທີ 27 ຕຸລາ.

     ເຂົ້າຮ່ວມການຊ້ອມຮົບດັ່ງກ່າວມີກຳປັ່ນສູ້ຮົບ 9 ລໍາທີ່ເປັນຂອງ ຣູມານີ ແລະ ຂອງປະເທດ ອື່ນໆ ລວມເຖິງທະຫານເຮືອກອງກຳລັງປ້ອງກັນຝັ່ງທະເລ ແລະ ຜູ້ກວດສອບ
ໃນພາວະສຸກເສີນ ເກືອບ 1.000 ຄົນ. ນອກຈາກນັ້ນ ແລ້ວກອງທັບຂອງ ຣູມານີ ກໍໄດ້ສົ່ງກຳປັ່ນຄຸ້ມກັນ ແລະ ກຳປັ່ນລາກຈູງ 2 ລໍາລວມເຖິງທະຫານ ແລະ ມະນຸດກົບ
ໜຶ່ງກົມກອງ, ເຮືອບິນ MiG-21 ສອງລຳ, ເຮລີກົບແຕ IAR-330 ແລະ ເຮືອບິນຂົນສົ່ງການທະຫານ Spartan C-27J ໄປເຂົ້າຮ່ວມ ການຊ້ອມຮົບດ້ວຍ. NATO ໄດ້
ສົ່ງກອງກຳລັງຕ້ານໝາກມິ່ນຂອງກອງທັບເຮືອ (SNMC­MG-2) ເຂົ້າຮ່ວມການຊ້ອມຮົບດັ່ງກ່າວ.

     ແຫຼ່ງຂ່າວຍັງໃຫ້ຮູ້ອີກວ່າ: ການຊ້ອມຮົບ “Fall Strom 2019” ແມ່ນເປັນການເພີ່ມທະ ວີຄວາມສາມາດໃນການປະສານສົມທົບການສູ້ຮົບລະຫວ່າງກົມກອງຕ່າງໆ
ພ້ອມທັງການເຮັດສຳ ເລັດດ້ານທັກສະໃນການປ້ອງກັນລວມໝູ່ກໍຄືການເຄື່ອນໄຫວຍົກພົນຂຶ້ນບົກ.