ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມາ​ເລ​ເຊຍ ກັບ​ມາ​ເລີ່​ມກໍ່ສ້າງ​ໂຄງການ​ທາງ​ລົດ​ໄຟ​ໄປ​ສູ່ ຈີນ


     ສໍານັກຂ່າວ ຊິນຮວ່າ ລາຍງານເມື່ອວັນທີ 26 ກໍລະກົດ 2019 ໂດຍອ້າງຈາກແຫຼ່ງຂ່າວ ຂອງປະເທດ ມາເລເຊຍ ວ່າ: ມາເລເຊຍ ກັບມາເດີນໜ້າໂຄງການກໍ່ສ້າງທາງ
ລົດໄຟທີ່ໄດ້ຮັບການສະໜັບສະໜູນຈາກ ຈີນ ມູນຄ່າປະມານ 10 ຕື້ໂດລາສະຫະລັດ. ຫຼັງຈາກໄດ້ຢຸດໂຄງການດັ່ງກ່າວ ໄປເມື່ອປີທີ່ຜ່ານມາ.

     ທ່ານ ແອນໂທນີ ໂລດ ລັດຖະມົນຕີກະຊວງຂົນສົ່ງຂອງ ມາເລເຊຍ ເປັນປະທານໃນພິທີເລີ່ມການກໍ່ສ້າງໂຄງການທາງລົດໄຟທີ່ລັດ ຕະລັງການູ, ໂດຍໂຄງການດັ່ງກ່າວ
ເເມ່ນ ຈີນ ເປັນຜູ້ໃຫ້ການສະໜັບສະໜູນ ເຊິ່ງເສັ້ນທາງນີ້ມີຄວາມຍາວ 640 ກິໂລແມັດ ຈາກພາກຕາເວັນອອກສຽງເໜືອຂອງປະເທດ ມາເລເຊຍ ໃກ້ກັບຊາຍແດນ ໄທ
ໄປຫາຊ່ອງແຄບ ມາລະກາ ແລະ ເປັນສ່ວນໜຶ່ງຂອງເຄືອຂ່າຍເສັ້ນທາງຄົມມະນາຄົມຈາກພາກໃຕ້ຂອງ ຈີນ ຜ່ານໄປທົ່ວອາຊີຕາເວັນອອກສຽງໃຕ້.

     ໂຄງການດັ່ງກ່າວ ຖືກຢຸດໄປພ້ອມກັບການພົ້ນຈາກຕໍາແໜ່ງຂອງລັດຖະບານ ມາເລເຊຍຊຸດກ່ອນ ຫຼັງຈາກແພ້ການເລືອກຕັ້ງ. ຢ່າງໃດກໍຕາມ ລັດຖະບານຈີນ ແລະ ລັດ
ຖະບານ ມາເລເຊຍຊຸດປັດຈຸບັນຕະຫຼອດຮອດບໍລິສັດທີ່ກ່ຽວຂ້ອງສາມາດບັນລຸຂໍ້ຕົກລົງກັນໄດ້ເມື່ອເດືອນ ເມສາ ທີ່ຜ່ານມາວ່າ: ຈະກັບມາເລີ່ມໂຄງການໃໝ່ດ້ວຍງົບປະ
ມານທີ່ຫຼຸດລົງກວ່າເກົ່າ.

     ໂຄງການທາງລົດໄຟດັ່ງກ່າວມີ 20 ສະຖານີ, ລວມມູນຄ່າທັງໝົດຂອງໂຄງການນີ້ແມ່ນ 44 ຕື້ຣິງກິດ (ສະກຸນເງິນມາເລເຊຍ) ເຊິ່ງງົບປະມານຮ້ອຍລະ 85 ເປັນການ
ສະໜັບສະໜູນຈາກ ທະນາຄານເພື່ອການສົ່ງອອກ ແລະ ນໍາເຂົ້າຂອງຈີນ. ໂຄງການທາງລົດໄຟນີ້ມີກໍານົດໃຫ້ສ້າງສໍາເລັດໃນປີ 2026.