ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພາຫະນະ​ທາງການ​ທະ​ຫານ​ທີ່​ຂຶ້ນຊື່ຂອງຣັດ​ເຊຍ


     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ຫຼັງຈາກສະຫະພາບໂຊຫວຽດລົ້ມລະລາຍ ຣັດເຊຍ ຖືວ່າເປັນຜູ້ສືບທອດມໍລະດົກທາງດ້ານເຕັກ
ໂນໂລຊີການທະຫານຊັ້ນນໍາຂອງໂລກ.

     ໃນບັນດາພາຫະນະທາງການທະຫານທີມີຄວາມທັນສະໄໝ ດັ່ງກ່າວແມ່ນໝາກຜົນຂອງການທົດລອງທາງດ້ານເຕັກໂນໂລຊີ ທີ່ມີການສືບທອດມາຈາກອະດີດ ສະ
ຫະພາບໂຊຫວຽດໃນເມື່ອກ່ອນ ແລະ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງເພື່ອໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝໂດຍຣັດເຊຍໃນປັດຈຸບັນ.

     ໃນບັນດາພາຫະນະທາງການທະຫານທີທັນສະໄໝ ແລະ ໂດດເດັ່ນຂອງຣັດເຊຍໃນທົດສະວັດທີ່ຜ່ານມາເປັນຕົ້ນແມ່ນເຮືອດໍານ້ຳທີ່ມີການຕິດຕັ້ງລະບົບເຕັກໂນໂລ
ຊີທີ່ມີຄວາມທັນສະໄໝ ເຊິ່ງສາມາດປະຕິບັດໜ້າທີ່ໃນພື້ນນໍ້າເລິກໄດ້ເປັນເວລາດົນ ແລະ ສາມາດຫຼີກລ້ຽງການຄົ້ນຫາຈາກ ຝ່າຍກົງກັນຂ້າມດ້ວຍຄື້ນສັນຍານລົບກວນ
108 ດີຊິໂບ ພ້ອມທັງຕິດຕັ້ງອາວຸດນິວເຄລຍຍຸດທະສາດ ຫຼື ລູກສອນໄຟນໍາວິຖີເຊິ່ງສາມາດຍິງໄດ້ໄລຍະໄກ.

     ໃນທ້າຍປີ 2019 ຣັດເຊຍ ຍັງໄດ້ນໍາສະເໜີພາຫະນະທາງການທະຫານທີ່ມີຄວາມທັນສະໄໝສູງ ເຊິ່ງສາມາດເປັນສູນບັນຊາການໃນສະໜາມຮົບ. ທ່ານ ວາລາດີເມຍ
ປູຕີນ ປະທານປະ​ເທດ ຣັດເຊຍ ຍັງໄດ້ຢັ້ງຢືນວ່າ: ພາຫະນະທາງການທະຫານຂອງຣັດເຊຍ ລຸ້ນນີ້ມີຄວາມແຕກຕ່າງກັບພາຫະນະທາງການທະຫານ ຂອງປະເທດອື່ນຢ່າງ
ຂາດຂັ້ນ.