ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕວກກີ ບໍ່ສົນ​ໃຈ​ກັບ​ຄຳ​ຂູ່​ຂອງ​ສະຫະລັດ​ອາ​ເມຣິກາ ຕັດສິນ​ໃຈ​ຊື້ S-400 ຈາກຣັດ​ເຊຍ


     ສຳນັກຂ່າວຊິນຮວາລາຍ ງານ ໃນວັນທີ 28 ພຶດສະພາ 2019 ວ່າ: ທ່ານ ຮູລູຊິ ອາກາ ລັດຖະມົນຕີກະຊວງປ້ອງກັນ ປະເທດຂອງຕວກກີບໍ່ຫົວຊາກັບ ການຍື່ນຄຳ
ຂາດຂອງສະຫະລັດ ທີ່ໃຫ້ຕວກກີຢຸດຕິການສັ່ງຊື້ລະບົບປ້ອງກັນໄພທາງອາກາດ S-400 ຈາກຣັດເຊຍ.

     ຈາກການໃຫ້ສຳພາດກັບສື່ ທ້ອງຖິ່ນ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງຕວກກີກ່າວວ່າ: ຕວກກີ ບໍ່ໄດ້ມີທາງເລືອກມາແຕ່ທຳອິດຢູ່ແລ້ວ ແລະ ຕວກກີກໍພ້ອມ
ທີ່ຈະຜະເຊີນກັບການຂວໍ້າບາດຈາກສະຫະລັດອາເມຣິກາ. ຈາກການລາຍງານຂອງ CNBC ໃນອາທິດທີ່ຜ່ານມາວ່າ: ລັດຖະບານວໍຊິງຕັນໃຫ້ເວລາສອງອາທິດແກ່ຕວກ
ກີໃນການຍົກເລີກສັ່ງຊື້ລະບົບປ້ອງກັນໄພ ທາງອາກາດຈາກ ຣັດເຊຍ, ເພາະຈະເຮັດໃຫ້ຕວກກີຕ້ອງສ່ຽງກັບການຂວໍ້າບາດຈາກ ອາເມຣິກາ ແລະ ບັນດາຊາດພັນທະມິດ.

     ທັງນີ້ອາເມຣິກາຍັງໄດ້ຂູ່ເລື່ອງ ການສົ່ງເຮືອບິນ F-35 ພ້ອມ ທັງຈະດໍາເນີນມາດຕາການລົງ ໂທດຕວກກີຖ້າຫາກຍັງດໍາເນີນ ການສັ່ງຊື້ S-400 ຈາກຣັດເຊຍ ຕໍ່ໄປ.
ທັງນີ້ການສົ່ງມອບ S-400 ຈາກຣັດເຊຍໃຫ້ແກ່ກອງທັບຕວກ ກີແມ່ນຈະມີຂຶ້ນໃນເດືອນກໍລະກົດ 2019 ນີ້.