ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ-ອູແກຣນ ກໍານົດການເຈລະຈາຄັ້ງໃໝ່

     ສຳນັກຂ່າວສານຊິນຮວາ ໃຫ້ຮູ້ໃນວັນວັນທີ 27 ມີນານີ້ວ່າ: ນັກເຈລະຈາຣັດເຊຍ ແລະ ອູ ແກຣນ ກ່າວໃຫ້ຮູ້, ຣັດເຊຍ ແລະ ອູແກຣນ ຈະຈັດການ
ເຈລະຈາ ຮອບໃໝ່ກ່ຽວກັບສະຖານະການ ຂອງປະເທດໃນໄວໆນີ້.

     ເຈົ້າໜ້າທີ່ອູແກຣນໃຫ້ຮູ້ວ່າ, ການສູ້ຣົບກັນລະຫວ່າງ ອູແກຣນ ແລະ ຣັດເຊຍ ໄດ້ເຮັດໃຫ້ປ່າໄມ້ ຫຼາຍກວ່າ 10,000 ເຮັກຕາ ຢູ່ອ້ອມໂຮງໄຟຟ້ານິວ
ເຄລຍ Chernobyl ເກີດໄຟໄໝ້ ແລະ ຍົກລະດັບມົນລະພິດທາງອາກາດຈາກກຳມັນຕະພາບລັງສີ.

     ທ່ານ ເມຄິນສະກີ ຫົວໜ້າຄະນະຜູ້ແທນການເຈລະຈາ ຣັດເຊຍ ແລະ ຜູ້ຊ່ວຍປະທານາທິບໍດີ ໄດ້ ລົງຂ່າວໃນສື່ສັງຄົມໃນວັນທີ 27 ມີນານີ້ວ່າ, ຄະນະ
ຜູ້ແທນ ຣັດເຊຍ-ອູແກຣນໄດ້ດຳເນີນການ ເຈລະຈາທາງວິດີໂອໃນມື້ນັ້ນ, ແລະ 2 ຝ່າຍໄດ້ຕັດສິນໃຈດຳເນີນການເຈລະຈາໂດຍກົງຈາກ ປະເທດໃນວັນທີ
29 ຫາວັນທີ 30 ມີນານີ້. ທ່ານ ອາລາຮາເມຍ ສະມາຊິກຄະນະຜູ້ແທນເຈລະຈາ ຂອງອູແກຣນ, ປະທານຄະນະ ກຳມາທິການສະພາແຫ່ງຊາດ ພັກ ຜູ້ຮັບໃຊ້
ປະຊາຊົນອູແກຣນກໍໄດ້ ລົງຂ່າວໃນສື່ສັງຄົມ ໃນວັນທີ 27 ມີນານີ້ ກ່ຽວກັບການກໍານົດການ ເຈລະຈາດັ່ງກ່າວເຊັ່ນກັນ.

     ແລງວັນທີ 27 ມີນາ, ທຳນຽບ ປະທານາທິບໍດີຕວກກີໄດ້ອອກ ຖະແຫຼງການວ່າ, ທ່ານ ເອິດໍ ການ ປະທານາທິບໍດີ ຕວກກີ ໄດ້ໂອ້ລົມທາງໂທລະສັບ
ກັບທ່ານປະທານາທິບໍດີ ຣັດເຊຍ ເພື່ອປຶກສາ ຫາລືສະພາບການຢູ່ ອູແກຣນ ແລະ ຄວາມຄືບໜ້າຫຼ້າສຸດຂອງຣັດເຊຍ-ອູແກຣນ, ໃນການປຶກສາຫາລື, ສອງ
ຝ່າຍເຫັນດີດຳເນີນການ ເຈລະຈາຄັ້ງຕໍ່ໄປຂອງ ຣັດເຊຍ-ອູແກຼນ ຢູ່ນະຄອນອິສຕັນບູນຂອງ ຕວກກີ. ໃນການຮຽກຮ້ອງ, ທ່ານເອີດໍການ ເນັ້ນໜັກເຖິງ
ຄວາມສຳຄັນຂອງການຢຸດຍິງຂັ້ນຕົ້ນ, ບັນລຸໄດ້ສັນຕິພາບ ແລະ ປັບປຸງ ສະພາບການດ້ານມະນຸດສະທຳ ຢູ່ພາກພື້ນ ແລະ ປາດຖະໜາວ່າ ຕວກກີ ຈະມາ
ນະພະຍາຍາມປະກອບສ່ວນເຂົ້າໃນຂະບວນການນີ້.

     ຕາມເວັບໄຊ້ຂອງປະທານາທິບໍດີ ອູແກຣນ, ທ່ານ ເຊເລນສະກີ ປະທານາທິບໍດີອູແກຣນກ່າວໃນ ການໃຫ້ສຳພາດຕໍ່ສື່ມວນຊົນໃນ ວັນທີ 27ມີນານີ້
ວ່າ, ອູແກຣນ ຍິນດີແລກປ່ຽນສະເລີຍເສິກກັບ ຣັດເຊຍ ກ່ອນການປະທະກັນຈະສິ້ນສຸດລົງໂດຍບໍ່ຕ້ອງລໍຖ້າຈຸດຈົບ. ທ່ານກ່າວວ່າ, ກອງທັບອູແກຣນກຳ
ລັງຮວບຮ່ວມລາຍຊື່ສະເລີຍ, ແຕ່ກໍຍັງບໍ່ແນ່ໃຈວ່າ ຣັດເຊຍ ຕ້ອງການບັນຊີລາຍຊື່ ເຫຼົ່ານີ້ ຫຼື ບໍ.

     ທ່ານ ເດນີໂຊວາ ຄະນະກຳມະການສິດທິມະນຸດ ຂອງ ອູແກຣນ ກ່າວໃນສື່ສັງຄົມໃນວັນທີ 27 ມີນານີ້ວ່າ, ສົງຄາມລະຫວ່າງ ອູແກຣນ ແລະ ຣັດເຊຍ
ໄດ້ເຮັດໃຫ້ປ່າຫຼາຍກວ່າ 10.000 ເຮັກຕາ ຢູ່ອ້ອມໂຮງໄຟຟ້ານິວເຄລຍ Chernobyl ເກີດໄຟໄໝ້. ເຫດໄຟໄໝ້ດັ່ງກ່າວໄດ້ເຮັດໃຫ້ ກຳມັນຕະພາບລັງສີ
ຖືກກະຈາຍອອກມາ ໃນອາກາດ ແລະ ໄດ້ປິວໄປທາງໄກດ້ວຍລົມ, ເປັນໄພຂົ່ມຂູ່ທາງ ລັງສີຕໍ່ ອູແກຣນ, ເບລາຣຸດຊີ ແລະ ບັນດາປະເທດໃນເອີຣົບ. ທ່ານ
ຮຽກຮ້ອງໃຫ້ IAEA ສົ່ງຜູ້ຊ່ຽວຊານ ແລະ ອຸປະກອນດັບເພີງ ໄປອູແກຣນໄວເທົ່າທີ່ຈະເປັນໄປໄດ້ ເພື່ອຫຼີກເວັ້ນຜົນສະທ້ອນທີ່ບໍ່ສາມາດແກ້ໄຂໄດ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 29/03/2022