ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ແລະ ບຣູໄນ ​ເຫັນ​ດີຍົກສູງສາຍພົວພັນ​ເພື່ອ​ເປັນ​ຄູ່​ຮ່ວມ​ໄມຕີ​ຈິດ


ຫວຽດນາມແລະບູໄນລົງນາມຮ່ວມມືທັງດ້ານການຄ້າການລົງທຶນ

     ຕາມການລາຍງານຂອງ ສຳນັກຂ່າວຊິນຮວາລາຍງານໃນວັນທີ 28 ມີນາ 2019 ວ່າ: ຫວຽດນາມ ແລະ ບຣູໄນ ດາລູຊາລຳ ໄດ້ຕົກລົງເຫັນດີໃນການຍົກສູງສາຍ
ພົວພັນສອງຝ່າຍເພື່ອສ້າງມິດຕະພາບທີ່ດີຕໍ່ກັນ.

     ການຕັດສິນໃຈດັ່ງກ່າວ ໄດ້ເກີດຂຶ້ນຢູ່ທີ່ການພົບປະສອງຝ່າຍລະຫວ່າງ ທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຫວຽດນາມ, ປະທານປະ
ເທດຫວຽດນາມ ແລະ ທ່ານ ຮາຈິຮາດຊານນໍ ໂບເກຍ ນາຍົກລັດ ຖະມົນຕີຂອງບຣູໄນ.

     ການພົບປະຄັ້ງນີ້, ທັງສອງຜູ້ນຳໄດ້ເນັ້ນໃຫ້ມີການຈັດຕັ້ງການຮ່ວມມື ໃຫ້ມີຄວາມຖືກຕ້ອງປອງດອງ ເ​ພື່ອປະຕິຮູບຍົກສູງການຮ່ວມມືສອງຝ່າຍໃຫ້ປາກົດຜົນເປັນ
ຈິງ ແລະ ໃຫ້ມີຄວາມສອດຄ່ອງ, ໂດຍສະເພາະແມ່ນທາງດ້ານການເມືອງ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ-ການລົງທຶນ, ການສຶກສາລວມ
ທັງນະໂຍບາຍຕ່າງໆແກ່ປະຊາຊົນສອງຊາດ ໃນການໄປມາຫາສູ່ກັນ.

     ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ເຫັນດີຕັ້ງເປົ້າໝາຍແລກປ່ຽນສິນຄ້າທີ່ມີມູນຄ່າ 500 ລ້ານໂດລາສະຫະລັດໃນເບື້ອງຕົ້ນ ຝ່າຍການຄ້າ, ການລົງທຶນ ແລະ ເພື່ອ
ຍົກສູງການດຳເນີນກ່ຽວກັບທຸລະກິດຂອງທັງສອງຝ່າຍ.

     ຈາກນັ້ນ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ປະກາດຄວາມສຳເລັດຂອງການຈັດການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະ ບຣູໄນ ດາລູຊາລຳ ດ້ວຍການ
ລົງນາມຈາກຜູ້ນຳທັງສອງຝ່າຍ. ທັງສອງຝ່າຍຍັງໄດ້ເຫັນດີໃນການປາບປາມສິ່ງຂອງທີ່ຜິດກົດໝາຍອື່ນໆ.