ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ ຕາ​ລີ​ບັນ ຍິງ​ຍົນ​ຕົກ​ໃນ ອາ​ຟກາ​ນິດ​ສະຖານ


     ສຳນັກຂ່າວ ຊິນຮວ່າ ລາຍງານໃຫ້ຮູ້ວ່າ: ວັນທີ 27 ມັງກອນ ນີ້, ກຸ່ມ ຕາລີບັນ ໄດ້ຍິງເຮືອບິນລຳໜຶ່ງຂອງອົງການສືບລັບກາງຂອງ ສະຫະລັດອາເມຣິກາ, ເຮັດໃຫ້ທະ
ຫານ ອາເມຣິກາເສຍຊີວິດຈຳນວນຫຼວງຫຼາຍ, ເຊິ່ງລວມມີເຈົ້າໜ້າທີ່ອາວຸໂສ ​ເຊອີເອ.

     ທ່ານ ມູເຈຮິດ ໄດ້ອອກຖະແຫຼງການຜ່ານສື່ສັງຄົມໃນມື້ດຽວກັນວ່າ: ເຮືອບິນລຳດັ່ງກ່າວຖືກຍິງຕົກຢູ່ໃນເຂດຂອງກຸ່ມ ຕາລີບັນ ທີ່ຢູ່ພາກໃຕ້ຂອງ ອາຟະການິດສະ
ຖານ. ປັດຈຸບັນ ກຳລັງປ້ອງກັນຄວາມສະຫງົບ ອາຟະການິດສະຖານໄດ້ເຕົ້າໂຮມກັນ ແລະ ກໍາລັງມຸ້ງໜ້າໄປສູ່ສະຖານທີ່ເກີດເຫດຍົນຕົກດັ່ງກ່າວເພື່ອເກັບກໍາຂໍ້ມູນຕົວຈິງ.

     ອີງຕາມການລາຍງານຂອງສື່ມວນຊົນ ອາຟະການິດສະຖານ, ຜູ້ຊ່ຽວຊານຈຳນວນໜຶ່ງໄດ້ກ່າວວ່າ: ເຮືອບິນທີ່ຕົກແມ່ນເຮືອບີນ E-11A ຂອງກອງທັບອາກາດ ສະຫະ
ລັດອາເມຣິກາ ທີ່ນໍາໃຊ້ເປັນເຮືອບິນສື່ສານທາງອາກາດ.