ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮ​ີລິ​ກົບ​ແຕ ຂອງ​ກອງທັບ ຝຣັ່ງ ຕຳ​ກັນ​ກາງ​ອາກາດ​ເຮັດ​ໃຫ້​ທະຫານ​ເສຍ​ຊີ​ວິດ 13 ຄົນ


     ສໍານັກຂ່າວ AFP ລາຍງານເມື່ອວັນທີ 27 ພະຈິກ ນີ້ວ່າ: ເຮີລີກົບແຕຂອງກອງທັບຝຣັ່ງ 2 ລໍາຕໍາກັນກາງອາກາດ. ຂະນະອອກໄປປະຕິບັດການຂັບ​ໄລ່ກຸ່ມກໍ່ການ
ຮ້າຍຢູ່ທາງພາກເໜືອຂອງ ປະເທດ ມາລີ ເມື່ອຕອນກາງຄືນຂອງວັນຈັນທີ່ຜ່ານມາ ເຮັດໃຫ້ທະຫານທີ່ຢູ່ເທິງຍົນເສຍຊີວິດ 13 ຄົນ.

     ອີງຕາມການຖະແຫຼງການຂອງເຈົ້າໜ້າທີ່ລະດັບສູງຂອງກອງທັບຝຣັ່ງລະບຸເມື່ອວັນ ອັງຄານທີ່ຜ່ານມາວ່າ: ໄດ້ເກີດ​ເຫດເມື່ອວັນຈັນຕາມເວລາທ້ອງຖິ່ນ ໃນເຂດ ລີ
ຕາໂກ ທາງພາກເໜືອ ຂອງປະເທດ ມາລີ ໃກ້ກັບຊາຍແດນປະເທດ ບວກກິນາຟາໂຊ ແລະ ນີເຊ. ເຮີລີກົບແຕຮຸ່ນໄທເກີ ແລະ ເຮລີກົບແຕຂົນສົ່ງຮຸ່ນຄູກາ ຂອງກອງທັບ
ຝຣັ່ງ. ໄດ້ຕໍາກັນໃນລະດັບຕໍ່າກາງອາກາດຂະນະທີ່ກໍາລັງປະຕິບັດໜ້າທີ່ສະໜັບສະໜູນທະຫານຝຣັ່ງພາກພື້ນດິນທີ່ກໍາລັງຂັບໄລ່ຕິດຕາມກຸ່ມກໍ່ການຮ້າຍທີ່ຫຼົບໜີດ້ວຍ
ລົດກະບະ ແລະ ລົດຈັກ. ເຮີລີກົບແຕທັງສອງລໍາໄດ້ຕົກລົງກະແທກກັບພື້ນ ບໍ່ຫ່າງ ຈາກກັນປານໃດເຮັດໃຫ້ທະຫານ ທີ່ຢູ່ເທິງເຮີລີກົບແຕ 2 ລໍາ, ເສຍຊີວິດທັງໝົດລວມ
13 ຄົນ ເຊິ່ງໜຶ່ງໃນຜູ້ເສຍຊີວິດເປັນລູກຊາຍ ຂອງ ໜອງ-ມາລີ ບອດເກີ ສະມາຊິກວຸດທິສະພາຝຣັ່ງ.

     ຫຼັງຈາກຮັບຊາບການລາຍງານເຫດການດ່ັງກ່າວ ເອມມານູເອວ ມາຄຣົງ ປະທານາທິບໍດີ ຝຮັ່ງ ໄດ້ກ່າວສະແດງຄວາມເສຍໃຈຢ່າງສຸດຊື້ງຕໍ່ຄວາມສູນເສຍຄັ້ງໃຫຍ່
ຂອງກອງທັບຝຣັ່ງ ແລະ ຄອບຄົວຂອງຜູ້ເສຍຊີວິດ. ເຊິ່ງນັບແຕ່ເຫດການຄັ້ງ​ກ່ອນຄ້າຍຄືກັນນີ້ເມື່ອປີ 1980 ພ້ອມນັ້ນທ່ານໄດ້ສັ່ງການ ໄປຍັງກອງທັບຂອງຝຣັ່ງໃຫ້ຮີບ
ດ່ວນສຶບສວນຫາສາເຫດຂອງໂສກຄະນາດຕະກໍາໃນຄັ້ງນີ້ໂດຍໄວ.