ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເອີຣົບ ​ໂຈະ​ການ​ເຈລະຈາ​ເພື່ອ​ຮັບ​ເອົາ​ສອງ​ຊາດ​ເຂົ້າ​ເປັນ​ສະມາຊິກ


     ສໍານັກຂ່າວ AFP ລາຍງານເມື່ອວັນທີ 25 ຕຸລາ 2019 ວ່າ: ກອງປະຊຸມສຸດຍອດຂອງສະ ຫະພາບເອີຣົບ ຫຼື ອີຢູ ທີ່ຈັດຂຶ້ນເມື່ອບໍ່ດົນມານີີ້. ໄດ້ເອກະພາບກັນຕົກ
ລົງໂຈະການເຈລະຈາ ກ່ຽວກັບເລື່ອງການສະເໜີຊື່ປະເທດ ອານບານີ ແລະ ມາເຊໂດນີເໜືອ ເຂົ້າເປັນປະເທດສະມາຊິກຂອງ​ເອີຣົບ. ພາຍຫຼັງການປະຊຸມສໍາເລັດລົງ ທ່ານ
ໂດນັລ ທຣໍາ ໄດ້ກ່າວວ່າ: ບັນດາຜູ້ນໍາ ​ເອີຣົບ ບໍ່ຄວນເຫັນພ້ອມກ່ຽວກັບການເລີ່ມການເຈລະຈາກັບສອງປະເທດດັ່ງກ່າວ. ດັ່ງນັ້ນຈຶ່ງເປັນເອກະສັນໂຈະເລື່ອງການເຈລະ
ຈາອອກໄປປີ 2020.

     ປະທານສະພາເອີຣົບກ່າວຕື່ມ ວ່າ: ອານບານີ ແລະ ມາເຊໂດນີ ເໜືອ ມີຄວາມພະຍາຍາມ ແລະ ພ້ອມໃນການເລີ່ມເຈລະຈາ. ທັງນີ້ບັນດາການນໍາຂອງ ​ເອີຣົບ ສ່ວນ
ຫຼາຍກໍມີຄວາມຕ້ອງການເລີ່ມເຈລະຈາ ແຕ່ກໍຍັງມີພາກສ່ວນໜຶ່ງທີ່ຍັງບໍ່ເຫັນດີຂະນະທີ່ປະທານາທິບໍດີ ເອມມານູເອວ ມາກຣົງ ຂອງຝຣັ່ງໄດ້ປະຕິເສດທີ່ຈະຮັບເອົາສະມາ
ຊິກໃໝ່ເຂົ້າໃນ ​ເອີຣົບ ຈົນກວ່າຈະເຮັດສໍາເລັດການປະຕິຮູບກໍຄືການແກ້ໄຂບັນດາເອກະສານທີ່ຈະຮັບເອົາສະມາຊິກໃໝ່.

     ພ້ອມດຽວກັນນີ້ ປະທານສະພາ​ເອີຣົບຍັງໃຫ້ຮູ້ອີກວ່າ: ​ເອີຣົບ ຈະກັບຄືນສູ່ການປຶກສາຫາລືບັນ ຫາດັ່ງກ່າວກ່ອນທີ່ຈະຈັດກອງປະຊຸມສຸດຍອດລະຫວ່າງ ​ເອີຣົບ ກັບ
ບັນດາປະເທດຕາເວັນຕົກເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນ ພຶດສະພາ ປີ 2020.