ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ-ກຳປູ​ເຈຍ ລົງ​ນາມ​ບົດ​ບັນທຶກ​ກຳນົດ​ທິດ​ທາງ​ການ​ຮ່ວມ​ມື​ໃນຫຼາຍຂົງ​ເຂດ


     ຂ່າວສານວິທະຍຸແຫ່ງຊາດຫວຽດນາມພາກພາສາອັງກິດ ລາຍງານໃນວັນທີ 26 ສິງຫາ 2019 ທີ່ຜ່ານມາວ່າ: ສະໄໝປະຊຸມຄັ້ງທີ 17 ຂອງຄະນະກຳມະການປະສົມ
ຫວຽດນາມ-ກຳປູເຈຍ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ວັດທະນະທໍາ, ວິທະຍາສາດ ແລະ ເຕັກນິກ ໄດ້ຈັດຂຶ້ນທີ່ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ
ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຟາມບິ່ງມິງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ປຣັກ ໂສຄອນ ຮອງນາຍົກ
ລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ຂອງ ກຳປູເຈຍ.

     ທ່ານ ຟາມບິງມິງ ແລະ ທ່ານປຣັກ ໂສຄອນ ໄດ້ເຫັນດີເປັນເອກະພາບກັນວ່າ: ການພົວພັນຫວຽດນາມ-ກຳປູເຈຍ ນັບແຕ່ສະໄໝປະຊຸມຂອງຄະນະກຳມະການປະສົມ
ຄັ້ງທີ 16 (ເດືອນພຶດສະພາ ປີ 2018) ເປັນຕົ້ນມາ, ໄດ້ມີການສືບຕໍ່ພັດທະນາ ແລະ ບັນລຸໝາກຜົນໃໝ່ໆ. ທັງສອງຝ່າຍເຫັນດີທີ່ຈະອຳນວຍຄວາມສະດວກຫຼາຍຂຶ້ນໃຫ້
ແກ່ການຮ່ວມມືທາງດ້ານເສດຖະກິດການຄ້າ, ສືບຕໍ່ປັບປຸງ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພັດທະນາພື້ນຖານໂຄງລ່າງການຄົມ
ມະນາຄົມຂົນສົ່ງ, ອຸດສາຫະກຳ-ບໍ່ແຮ່-ພະລັງງານ, ກະສິກໍາ-ປ່າໄມ້-ການປະມົງ, ຖະແຫຼງຂ່າວ ແລະ ສື່ສານ, ສາທາລະນະສຸກ, ແຮງງານ ແລະ ບັນດາບັນຫາສັງຄົມ, ວັດ
ທະນະທຳ, ກີລາ, ທ່ອງທ່ຽວ, ສິ່ງແວດລ້ອມ ແລະ ອື່ນໆ.

     ເມື່ອສິ້ນສຸດການປະຊຸມ ທ່ານ ຟາມ ບິ່ງ ມິງ ແລະ ທ່ານ ປຣັກ ໂສຄອນ ໄດ້ຮ່ວມກັນລົງນາມໃນບົດບັນທຶກຂໍ້ຕົກລົງດ້ວຍເນື້ອໃນ ແລະ ໂຄງການຮ່ວມມືຕົວຈິງຢູ່ໃນ
28 ຂົງເຂດວຽກງານ ໂດຍສອງຝ່າຍເຊື່ອໝັ້ນວ່າ: ບົດບັນທຶກຂໍ້ຕົກລົງນີ້ ຈະເປັນການກຳນົດທິດທາງໃຫ້ແກ່ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນຂົງເຂດຕ່າງໆ
ປະກອບສ່ວນເຂົ້າໃນການເຮັດໃຫ້ການພົວພັນ ຫວຽດນາມ-ກຳປູເຈຍ ພັດທະນາຢ່າງບໍ່ຢຸດຢັ້ງໃນຕໍ່ໜ້າ.