ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຢູ-ຫວຽດນາມ ​ລົງ​ນາມ​ຂໍ້ຕົກ​ລົງ​ທາງ​ການ​ຄ້າ

     ຕາມການລາຍງານຂອງສໍານັກຂ່າວ AP ໃນວັນທີ 26 ມິຖຸນາວ່າ: ຂໍ້ຕົກລົງທາງການຄ້າລະຫວ່າງອີຢູ ແລະ ປະເທດຫວຽດນາມ ​ໃນການເຈລະຈາຕັ້ງແຕ່ເດືອນທັນ
ວາ ປີ 2015 ແຕ່ 28ປະເທດຂອງສະມາຊິກອີຢູ ຫາກໍອານຸມັດຂໍ້ຕົກລົງໃນວັນທີ 19 ມິຖຸນາ2019 ໃນລະຫວ່າງການປະຊຸມລະດັບລັດຖະມົນຕີ.

     ທ່ານ ເຊຊິເລຍ ມາຣົມຣອມ ກຳມະການການຄ້າອີຢູ ຈະເດີນທາງໄປນະຄອນຫຼວງຮ່າໂນ້ຍ ໃນທ້າຍອາທິດນີ້ເພື່ອລົງນາມຂໍ້ຕົກລົງ ແລະ ຄາດວ່າລັດຖະສະພາ ເອີຣົບ
ຈະໃຫ້ສັດຕະຍາບັນໃນທ້າຍປີນີ້. ທ່ານ ມາຣົມຣອມ ກ່າວວ່າ: ທ່ານຮູ້ສຶກຍິນດີທີ່ສະມາຊິກອີຢູ ໄດ້ເປີດໄຟຂຽວຕໍ່ຂໍ້ຕົກລົງການຄ້າ ແລະ ການລົງທຶນລະຫວ່າງ ອີຢູ-ຫວຽດ
ນາມ ແລະ ນອກຈາກຜົນປະໂຫຍດທາງດ້ານເສດຖະກິດທີ່ເຫັນໄດ້ຊັດເຈນ ແລ້ວ ຂໍ້ຕົກລົງນີ້ຍັງມີເປົ້າໝາຍເພີ່ມຄວາມເຄົາລົບຕໍ່ສິດທິມະນຸດລວມທັງຄຸ້ມຄອງສິ່ງແວດ
ລ້ອມ ແລະ ສິດທິຂອງຄົນງານ.

     ກ່ອນໜ້ານີ້ອີຢູໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະຖິຕິ ທາງດ້ານສິດທິມະນຸດໃນປະເທດ ອາດີດແດນອານານິຄົມຂອງ ຝຣັ່ງ. ສ່ວນມູນຄ່າການຄ້າລະຫວ່າງອີ
ຢູ ແລະ ຫວຽດນາມ ໃນປັດຈຸບັນແມ່ນປະມານ 50.000 ລ້ານຢູໂຣ ແລະ ການບໍລິການ 4000 ລ້ານຢູໂຣ ທັງນີ້ ເອີຣົບ ປາດຖະໜາຈະເຂົ້າເຖິງຕະຫຼາດຫວຽດນາມທີ່ມີຜູ້
ບໍລິໂພກຫຼາຍກວ່າ 95 ລ້ານຄົນ.