ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

IMF ລະບຸ​ວ່າຄວາມ​ຂັດ​ແຍ້​ງລະຫວ່າງ ຣັດ​ເຊຍ-ອູ​ແກຣນ ເພີ່​ມຄວາມ​ສ່ຽງຕໍ່​ເສດຖະກິດ​ອາຊີ

     ສໍານັກຂ່າວກຽວໂດລາຍງານໃນວັນທີ 24 ມີນາ ນີ້ວ່າ: ທ່ານ ຣີ ຊາງຢອງ ຜູ້ອໍານວຍການຝ່າຍ ກິດຈະການ ອາຊີປາຊີຟຣິກ ຂອງກອງທຶນການເງິນ
ລະຫວ່າງປະເທດ ( IMF ) ປະກາດເຕືອນວ່າ, ວິດກິດຄວາມຂັດແຍ້ງລະຫວ່າງ ຣັດເຊຍ-ອູແກຣນ ໄດ້ສ້າງຄວາມບໍ່ແນ່ນອນໃຫ້ກັບເສດຖະກິດອາຊີ ໂດຍ
ໄດ້ຊໍ້າຕື່ມຜົນກະທົບຈາກການແຜ່ລະບາດຂອງເຊື້ອໄວຣັດ ໂຄວິດ-19 ສາຍພັນໂອໄມຄອນ ລວມໄປເຖິງທ່າທີ່ນະໂຍບາຍ ດ້ານການເງິນທີ່ເຂັ້ມງວດຂຶ້ນ.
ຂະນະນີ້, ພາກສ່ວນກ່ຽວຂ້ອງກໍາລັງປະເມີນຜົນກະທົບໃນຫຼາຍໆດ້ານ ແຕ່ຍັງບໍ່ມີຕົວເລກທີ່ແນ່ນອນ ເນື່ອງຈາກສະຖານະການຍັງຄົງມີຄວາມບໍ່ແນ່ນອນ.

     ທໍານຽບປະທານາທິບໍດີ ສ ເກົາຫຼີ ເປີດເຜີຍໃນວັນທີ 23 ມີນາ ນີ້ວ່າ: ລັດຖະບານ ສ ເກົາຫຼີ ໄດ້ສະເໜີຊື່ ທ່ານ ຣີ ຊາງ ຢອງ ໃຫ້ມາດໍາລົງຕໍາແໜ່ງຜູ້
ອໍານວຍການທະນາຄານກາງ ສ ເກົາຫຼຄົນໃໝ່, ທ່ານ ຣີ ຊາງຢອງ ໃຫ້ຄໍາເຫັນວ່າ, ລາຄາສິນຄ້າຊົມໃຊ້ໂດຍສະເພາະລາຄານໍ້າມັນ ເຊິ່ງ ເປັນປັດໄຈທີ່ສໍາຄັ້ນ
ທີ່ສຸດຕໍ່ລະບົບເສດຖະກິດອາຊີ ແລະ ໄລຍະເວລາຂອງຄວາມຂັດ​ແຍ້​ງ ຄັ້ງນີ້ຈະສົ່ງຜົນຕໍ່ຄວາມປ່ຽນແປງຂອງລາຄານໍ້າມັນ ເຊິ່ງອາດຈະກະທົບລະບົບເສດ
ຖະກິດອາຊີຢ່າງຫຼວງຫຼາຍ.

     ທ່ານ ຣີ ຊາງ ຢອງ ໄດ້ແນະນໍາໃຫ້ລັດຖະບານຂອງປະເທດຕ່າງໆໃນອາຊີ ຫຼຸດການອຸດໜູນລາຄານໍ້າມັນເນື່ອງຈາກນະໂຍບາຍດັ່ງກ່າວມັກຈະເປັນປະ
ໂຫຍດ ຕໍ່ປະຊາຊົນກຸ່ມຜູ້ທີ່ມີລາຍໄດ້ສູງທີ່ຊົມໃຊ້ນໍ້າມັນຫຼາຍພ້ອມນັ້ນທ່ານຍັງໄດ້ສະແດງຄວາມຄິດເຫັນວ່າ, ລັດຖະບານປະເທດຕ່າງໆ ຄວນປັບປ່ຽນນະ
ໂຍບາຍ ເພື່ອສະໜັບສະໜູນຄົວເຮືອນທີ່ມີຖານະທຸກຍາກ ເຊິ່ງຕ້ອງປະເຊີນກັບບັນຫາລາຄາອາຫານທີ່ສູງຂຶ້ນຈາກວິກິດຄັ້ງນີ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 28/03/2022