ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພະຍາດ​ປອດ​ອັກ​ເສບ​ສາຍ​ພັນ​ໃໝ່ກຳລັງ​ລະບາດ​ໃນ​ປະ​ເທດ ຈີນ


     ສໍານັກຂ່າວ ຊິນຮວ່າ ລາຍງານໃຫ້ຮູ້ວ່າ: ຄະນະກໍາມະການສາທາລະນະສຸກແຫ່ງຊາດຂອງ ຈີນ ໄດ້ຢືນຢັນກໍລະນີພະຍາດປອດອັກເສບສາຍພັນໃໝ່ (ໂນໂວໂຄໂຣນາ),
ໂດຍໃນປະເທດ ຈີນ ອາດມີຜູ້ຕິດເຊື້ອແລ້ວປະມານ 1.287 ຄົນ ແລະ ໃນເວລາ 24 ໂມງຂອງວັນທີ 24 ໄດ້ມີການລາຍງານຜູ້ເສຍຊີວິດໄປແລ້ວ 41 ຄົນ.

     ວັນທີ 25 ມັງກອນນີ້, ອີງຕາມເວັບໄຊທ໌ຂອງຄະນະກຳມະການສາທາລະນະສຸກ ແລະ ການແພດແຫ່ງຊາດ ຈີນ, ໃນເວລາ 04:00 ໂມງ ຂອງວັນທີ 24 ມັງກອນ, 29
ແຂວງ ແລະ ລວມທັງເຂດປົກຄອງພິເສດຂອງ ຈີນ ໄດ້ລາຍງານວ່າ: ຜູ້ທີ່ຢືນຢັນວ່າຕິດເຊື້ອໄວຣັດ ໂນໂວໂຄໂຣນາ ສາຍພັນໃໝ່ມີ 444 ຄົນ. ສາທາລະສຸກໄດ້ອອກແຈ້ງ
ການດ່ວນ ພ້ອມເລັ່ງມືໃນການແກ້ໄຂ. ມາຮອດເວລາ 24:00 ໂມງ ຂອງວັນທີ 24 ມັງກອນ, ຄະນະກໍາມາທິການສາທາລະນະສຸກ ແລະ ສາທາລະນະສຸກແຫ່ງຊາດ ຈີນ
ໄດ້ຮັບການລາຍງານ ທັງໝົດ 1.287 ກໍລະນີ ທີ່ໄດ້ຮັບການຢັ້ງຢືນວ່າ: ເປັນພະຍາດປອດອັກເສບຍ້ອນຕິດເຊື້ອໄວຣັດໃໝ່ໃນ 29 ແຂວງ ( ເຂດປົກຄອງຕົນເອງ ແລະ
ເມືອງຫຼວງ ), ລວມມີ 237 ກໍລະນີຮ້າຍແຮງ ແລະ ເສຍຊີວິດ 41 ຄົນ.

     ປັດຈຸບັນກະຊວງສາທາລະນະສຸກ ຈີນ ໄດ້ເພີ່ມທະວີລົງສູ່ຮາກຖານຕົວຈິງ ເພື່ອຕິດຕາມ ແລະ ສະກັດກັ້ນພະຍາດດັ່ງກ່າວ, ເຊິ່ງສາມາດປິ່ນປົວແກ້ໄຂຜູ້ຕິດເຊື້ອໄດ້ເປັນ
ຈໍານວນຫຼວງຫຼາຍ. ນອກຈາກນີ້ ຍັງມີຄົນທີ່ຕິດເຊື້ອທີ່ຢູ່ຕ່າງປະເທດຄື: ຢູ່ ຮົງກົງ 5 ກໍລະນີ, ມາເກົ້າ 2 ກໍລະນີ, ໃຕ້ຫວັນ 3 ກໍລະນີ, ໄທ 4 ກໍລະນີ (2 ກໍລະນີໄດ້ຮັບການ
ປິ່ນປົວແລ້ວ), ຍີ່ປຸ່ນ 2 ກໍລະນີ ( 1 ກໍລະນີໄດ້ຮັບການຮັກສາແລ້ວ ), ເກົາກຫຼີໃຕ້ 2 ກໍລະນີ, ຢູ່ ສະຫະລັດອາເມຣິກາ 2 ກໍລະນີ, ຫວຽດນາມ 3 ກໍລະນີ, ສິງກະໂປ 3 ກໍລະ
ນີ, ເນປານ 1 ກໍລະນີ ແລະ ຝຣັ່ງ 2 ກໍລະນີ.