ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮືອບິນ​​ໂດຍສານຂະໜາດນ້ອຍຕົກ​ທີ່​ຄອງ​ໂກ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 27 ຄົນ


     ສໍານັກຂ່າວ AFP ລາຍງານເມື່ອ ວັນທີ 26 ພະຈິກ ວ່າ: ມີເຮືອບິນໂດຍສານຂະໜາດນ້ອຍແບບ ເຄື່ອງຈັກໃບພັດ ດໍເນຍ 228-200 ສາຍການບິນ ບີຊີບີ ຂອງປະ
ເທດ ຄອງໂກ ເຊິ່ງບັນທຸກຜູ້ໂດຍສານ 16 ຄົນ ແລະ ລູກເຮືອອີກ 2 ຄົນ ໄດ້ຕົກລົງໃສ່ເຮືອນປະຊາຊົນໃນຍ່ານຊຸມຊົນໃກ້ສະໜາມບິນ ພາຍຫຼັງບິນ ຂຶ້ນຈາກສະໜາມບິນ
ທີ່ເມືອງ ໂກມາ ແຂວງ ຄີວູເໜືອ ເມື່ອວັນອາທິດທີ່ຜ່ານມາໂດຍເຄື່ອງບິນໄດ້ອອກ ເດີນທາງໄປຍັງ ເມືອງ ເບນີ ຫ່າງຈາກເມືອງ ໂກມາ ໄປທາງທິດເໜືອປະມານ 250 ກິ
ໂລແມັດ.

     ອີງຕາມເຈົ້າໜ້າທີ່ກູ້ໄພລາຍງານວ່າ: ພົບຜູ້ເສຍຊີວິດໃນບໍລິເວນເຄື່ອງບິນຕົກຢ່າງໜ້ອຍ 27 ຄົນ ໂດຍເຊື່ອວ່າຜູ້ທີ່ຢູ່ເທິງເຮືອບິນ 18 ຄົນ ເສຍຊີວິດທັງໝົດ ສ່ວນອີກ
9 ຄົນ ເປັນປະຊາຊົນເທິງພື້ນດິນ ທ່ານ ຣິຊາດ ມັງໂກລາປາ ເຈົ້າໜ້າທີ່ສະໜາມບິນ ໂກມາ ກ່າວຕື່ມວ່າ: ເບື້ອງຕົ້ນຍັງບໍ່ຮູ້ສາເຫດທີ່ເຮັດໃຫ້ເຮືອບິນລໍາດັ່ງກ່າວຕົກແຕ່ຕອນ
ນີ້ທາງການໄດ້ກຽມແຕ່ງຕັ້ງຄະນະກໍາມະການສອບສວນຫາສາເຫດທີ່ເກີດຂຶ້ນແລ້ວ.

     ອີງຕາມຜູ້ເຫັນເຫດການຄົນໜຶ່ງເລົ່າວ່າ: ໄດ້ເຫັນເຮືອບິນລໍາດ່ັງກ່າວບິນອ້ອມບໍລິເວນດ່ັງກ່າວ 3 ຮອບກາງອາກາດ ແລະ ມີຄວັນກຸ້ມກະຈາຍກ່ອນຈະພຸ່ງລົງກະແທກ
ພື້ນແລ້ວລະເບີດເກີດໄຟລຸກຖ້ວມຢ່າງຮຸນແຮງ.