ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ກຽມພ້ອມ​ຮັບ​ມື​ກັບ​ຜົນ​ກະທົບ​ຂອງ​ພາຍຸ​ຫົວ​ໃໝ່ທີ່ຈະ​ເຂົ້າ​ມາ​


     ພາຍຸຫົວທີ 18 ປະຈຳປີ 2020 ເຊິ່ງມີຊື່ເອີ້ນວ່າ: ໂມລາເວ (Molave) ໄດ້ກໍ່ຕົວ ແລະ ພັດຜ່ານເຂົ້າມາ ຄາດວ່າຈະຂຶ້ນຝັ່ງທີ່ ຫວຽດນາມ ແຕ່ແຂວງ ເຫງະອານ ລົງ
ຮອດ ຟູອຽນ ລະຫວ່າງວັນທີ 27-29 ຕຸລາ ນີ້, ພະຍຸຫົວນີ້ຈະກໍ່ໃຫ້ເກີດຝົນຕົກໜັກແຕ່ 200-250 ມີລີແມັດ, ບາງເທື່ອອາດຈະເຮັດໃຫ້ຝົນຕົກແກ່ຍາວຮອດວັນທີ 31
ຕຸລາ ເຊິ່ງປະລິມານນໍ້າຝົນຈະເພີ່ມຂຶ້ນເຖິງ 500-700 ມີລີແມັດ.

     ຕໍ່ບັນຫາດັ່ງກ່າວ, ຄະນະກຳມາທິການຊີ້ນຳຕ້ານໄພທຳມະຊາດຂັ້ນສູນກາງຂອງ ຫວຽດນາມ ໄດ້ ຈັດກອງປະຊຸມທາງໄກກັບບັນດາແຂວງຕ່າງໆທີ່ກ່ຽວຂ້ອງ ເພື່ອຊີ້
ນຳແກ້ໄຂຜົນກະທົບຈາກພະຍຸຫົວນີ້, ເຊິ່ງທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມຊີ້ນຳກອງປະຊຸມ.

     ທ່ານ ພົນຈັດຕະວາ ຢວານ ທ້າຍ ດຶກ ຫົວໜ້າ ກົມກອບກູ້ ແລະ ກູ້ໄພພິບັດ ກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ, ທັງເປັນຫົວໜ້າ ຫ້ອງການຄະນະ
ກຳມະການຕອບຕ້ານຜົນກະທົບ ໄພທຳມະຊາດແຫ່ງຊາດ ຫວຽດນາມ ໄດ້ລາຍງານຕໍ່ກອງປະຊຸມວ່າ: ເພື່ອກຽມພ້ອມແກ້ໄຂໄພພິບັດຈາກພາຍຸ ໂມລາເວ ຫົວນີ້, ກະຊວງ
ປ້ອງກັນປະເທດໄດ້ຊີ້ນຳໃຫ້ບັນດາກົມກອງທະຫານນັບແຕ່ທະຫານເຂດ 4 ລົງຮອດ ແຂວງ ປິ່ງທ້ວນ ​ເພື່ອລະດົມພົນກຽມຮັບມືກັບພາຍຸລວມມີ 368.000 ຄົນ ແລະ ພາ
ຫະນະ ຈຳນວນ 3.500 ຄັນ.

     ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຊົມເຊີຍທຸກພາກສ່ວນ ແລະ ທ້ອງຖິ່ນທີ່ໄດ້ດຳເນີນວຽກງານກຽມພ້ອມທຸກຢ່າງເພື່ອຮັບມືກັບພາຍຸຫົວນີ້.
ທ່ານນາຍົກໄດ້ຮຽກຮ້ອງໃຫ້​ແຕ່ລະພາກສ່ວນມີສະຕິສູງ ເພື່ອປ້ອງກັນບໍ່ໃຫ້ມີການສູນເສຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ.