ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ ສປຊ ​ເສຍ​ຊີວິດ 12 ຄົນ ຈາກ​ການ​ປະ​ທະ​ກັບ​ກຸ່ມ​ຄົນຮ້າຍ​ໃນ​ປະ​ເທດ ລີ​ບີ


     ສຳນັກຂ່າວ ຊິນຮວ່າ ລາຍງານ ໃນວັນທີ 26 ສິງຫາ 2019 ນີ້ ໂດຍອ້າງການເປີດເຜີຍຂອງ ອົງການ ສປຊ ວ່າ: ເຈົ້າໜ້າທີ່ທະຫານຂອງ ສປຊ ທີ່ປະຈຳການຢູ່ໃນທະ
ວີບ ອາຟຣິກາ ແລະ ເປັນ ຝ່າຍສະໜັບສະໜູນລັດຖະບານ ລີບີ ໄດ້ເປີດສາກປະທະກັບກຸ່ມກໍ່ການຮ້າຍຢູ່ທີ່ເມືອງ ກາຍານ ເຊິ່ງຫ່າງຈາກນະຄອນຫຼວງ ຕຣີໂປລີ ປະມານ 80
ກິໂລແມັດ, ເປັນເຫດໃຫ້ເຈົ້າໜ້າທີ່ທະຫານເສຍຊີວິດແລ້ວ 12 ຄົນ ແລະ ບາດເຈັບ 20 ຄົນ. 2 ຄົນໃນຈຳນວນຜູ້ເສຍຊີວິດນັ້ນ ເປັນເຖິງຜູ້ບັນຊາ ການໜ່ວຍໂຈມຕີໄວ
ແລະ ອີກຜູ້ໜຶ່ງ ເປັນເຈົ້າໜ້າທີ່ທະຫານທີ່ຊ່ຽວຊານການເກັບກຳຂໍ້ມູນຂອງກຸ່ມກໍ່ການຮ້າຍ ອີ​ແອັດຊ໌ ( IS ) ຫຼື ຮູ້ຈັກກັນໃນນາມນັກສືບ. ໃນເດືອນ ກໍລະກົດ ທີ່ຜ່ານມາ
ຝ່າຍລັດຖະບານພ້ອມດ້ວຍພັນທະມິດ ກໍຄືກອງກຳລັງປະສົມຈາກອົງການ ສປຊ ສາມາດຕີຍຶດເອົາເມືອງດັ່ງກ່າວຈາກກຸ່ມ ອີ​ແອັດຊ໌ ( IS ) ໄດ້.

     ປັດຈຸບັນ ລີບີ ກຳລັງຕົກຢູ່ໃນພາວະທີ່ສັບສົນຫຼາຍ ເພາະວ່ານອກຈາກຈະປະເຊີນກັບກຸ່ມກໍ່ ການຮ້າຍແລ້ວຍັງຕ້ອງປະເຊີນກັບຄວາມຮຸນແຮງພາຍໃນປະເທດອີກດ້ວຍ
ເພາະມີການແບ່ງຝ່າຍອອກເປັນສອງຝ່າຍ, ໃນປັດຈຸບັນນີ້ ນະຄອນ ເບນກາຊີ ຢູ່ພາຍໃຕ້ການຄວບຄຸມຂອງກອງກຳລັງທີ່ອ້າງຕົນເອງວ່າເປັນກອງທັບແຫ່ງຊາດ ລີບີ (LNA)
ພາຍໃຕ້ການນຳພາຂອງນາຍພົນ ຄາລີຟາ ຮາຟຕາ. ນັບແຕ່ຕົ້ນເດືອນ ເມສາ 2019 ເປັນຕົ້ນມາ (LNA) ໄດ້ດຳເນີນການໂຈມຕີຫຼາຍເທື່ອ ເພື່ອຍາດເອົາສິດຄວບຄຸມນະ
ຄອນຫຼວງ ຕຣີໂປລີ ຈາກລັດຖະບານສາມັກຄີແຫ່ງຊາດ (GNA) ຂອງ ລີບີ ທີ່ໄດ້ຮັບການຮັບຮູ້ຈາກສາກົນ.

     ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ: ການຍິງຕໍ່ສູ້ກັນຢູ່ໃນ ລີບີ ນັບແຕ່ເດືອນ ເມສາ ເປັນຕົ້ນມາ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 1.000 ກວ່າຄົນ, ບາດເຈັບ
5.700 ຄົນ ແລະ ມີ ສິບ​ສອງໝືນ ກວ່າຄົນ ຕ້ອງອົບພະຍົບໜີໄພຈາກຄວາມຮຸນແຮງດັ່ງກ່າວ.