ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາຟການິດສະຖານ ສັງຫານ​ກຸ່ມ​ກໍ່ການ​ຮ້າ​ຍ​ໄດ້ 30 ກວ່າ​ຄົນ


     ສໍານັກຂ່າວຊີນຮ່ວາໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ ອາຟການິດສະຖານ ໄດ້ອອກຖະແຫຼງການໃນວັນທີ 23 ກໍລະກົດ, ໂດຍກ່າວວ່າ ກໍາລັງຮັກສາຄວາມສະຫງົບ
ອາຟການິດສະຖານ ໄດ້ສັງຫານກຸ່ມກໍ່ການຮ້າຍຕາລີບັນໄດ້ 31 ຄົນ ຢູ່ບໍລິເວນ ຄູຢານີ ທາງພາກຕາເວັນອອກຂອງ ແຂວງ ນານກາຮາ.

     ຖະແຫຼງການລະບຸວ່າ, ກຸ່ມຕາລີບັນກຸ່ມໜຶ່ງໄດ້ວາງແຜນໂຈມຕີດ້ານຄວາມໝັ້ນຄົງຢູ່ເຂດ ຄູຢານີ, ໃນການປະຕິບັດງານທີ່ກ່ຽວຂ້ອງ, ກຳລັງປ້ອງກັນຄວາມສະຫງົບ
ອາຟການິດສະຖານ ໄດ້ສັງຫານນັກຮົບຂອງກຸ່ມກໍ່ການຮ້າຍ 31 ຄົນ, ທຳລາຍພາຫະນະ ແລະ ອຸປະກອນສູ້ຣົບຈໍານວນໜຶ່ງ.

     ນັບຕັ້ງແຕ່ ສະຫະລັດ ໄດ້ເຊັນສັນຍາສັນຕິພາບກັບກຸ່ມຕາລີບັນໃນ ອາຟການິດສະຖານ ໃນທ້າຍ ເດືອນ ກຸມພາ ປີນີ້, ຜູ້ນຳຂອງລັດຖະບານ ອາຟການິດສະຖານ ໄດ້
ຮຽກຮ້ອງໃຫ້ກຸ່ມຕາລີບັນ ຜ່ອນຄວາມຮຸນແຮງ, ແຕ່ກຸ່ມຕາລີບັນ ຍັງເພີ່ມທະວີການໂຈມຕີຕໍ່ກອງກຳລັງຮັກສາຄວາມປອດໄພ ອາຟການິສະຖານ ແລະ ອົງການລັດຖະບານ
ມາຢ່າງຕໍ່ເນື່ອງ.