ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ, ​ເຢຍລະ​ມັນ ​ແລະ ຝຣັ່ງ ປຶກສາ​ຫາລື​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ກັບ ອີຣານ


     ອີງຕາມ ເວັບໄຊ ວັງແກລມ ແລັງໃນມົດສະກູ ຂອງ ຣັດເຊຍ ທີ່ອອກຖະແຫຼງການເມື່ອວັນທີ 22 ພຶດສະພາ 2019 ນີ້ວ່າ: ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ
ຣັດເຊຍ, ທ່ານ ນາງ ແອງເກີ ລາເມີເກວ ນາຍົກລັດຖະມົນຕີ ເຢຍລະມັນ ແລະ ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີ ຝຣັ່ງໄດ້ສົນທະນາກັນ ທາງໂທລະສັບໂດຍ
ໄດ້ປຶກສາຫາລືກ່ຽວກັບສະຖານະການອີຣານ ແລະ ບັນຫາອື່ນໆ ແລະ ກ່າວວ່າຈະສືບຕໍ່ດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບອີຣານ ໃນດ້ານເສດຖະ
ກິດການຄ້າ.

     ໂດຍຖະແຫຼງການກ່າວວ່າ: ຜູ້ນຳຣັດເຊຍ, ເຢຍລະມັນ ແລະ ຝຣັ່ງ ໄດ້ປຶກສາຫາລືກ່ຽວກັບ ສັນຍາຮອບດ້ານວ່າດ້ວຍບັນຫານິວເຄລຍອີຣານ ແລະ ເຫັນວ່າ. ສັນຍາ
ດັ່ງກ່າວແມ່ນປັດໄຈທີ່ສຳຄັນໃນການປົກປັກຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງລະຫວ່າງຊາດ, ທັງໄດ້ກ່າວວ່າຍິນດີສືບຕໍ່ດຳເນີນການຮ່ວມມືແບບຕ່າງຝ່າຍ
ຕ່າງມີຜົນປະໂຫຍດກັບອີຣານໃນຂົງເຂດເສດຖະກິດການຄ້າ. ພ້ອມນັ້ນ ຜູ້ນຳສາມປະເທດຍັງໄດ້ປຶກສາຫາລືກ່ຽວກັບການສ້າງ ແລະ ແຕ່ງຕັ້ງຄະນະກຳມະການຮ່າງລັດ
ຖະທຳມະນູນຊີຣີ ແລະ ຈະສືບຕໍ່ຊຸກຍູ້ການແກ້ໄຂວິກິດການຊີຣີທາງການເມືອງ.

     ນອກນັ້ນ, ການນຳ3 ປະເທດຍັງປຶກສາຫາລືກ່ຽວກັບສິດເລືອກຕັ້ງຂອງ ຣັດເຊຍ ຢູ່ກອງປະຊຸມສະມັດຊາໃຫຍ່ລັດຖະສະພາເອີຣົບ (PACE), ປຶກສາຫາລືກ່ຽວກັບສະ
ພາບການຢູ່ບາງປະເທດເຊັ່ນ:ອູແກຣນ, ຊີຣີ. ປຶກສາຫາລືກ່ຽວກັບສະພາບການຢູ່ພາກພື້ນ ແລະ ບັນດາບັນຫາທີ່ພົ້ນເດັ່ນໃນໂລກທີ່ທັງ 3 ປະເທດໃຫ້ຄວາມສົນໃຈ.