ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜົນຂອງການເລືອກຕັ້ງຢ່າງບໍ່ເປັນທາງການຂອງໄທ


ການເລືອກຕັ້ງຢ່າງບໍ່ເປັນທາງການຂອງໄທ

     ຫຼັງຈາກທີ່ຄະນະຮັກສາຄວາມສະຫງົບແຫ່ງຊາດ ຫຼື ຄສຊ ໄດ້ກໍ່ລັດຖະປະຫານໂຄ່ນລົ້ມລັດຖະບານຂອງ ນາງສາວຍິ່ງລັກ ຊີນນະວັດ ໃນປີ 2011 ເຊິ່ງມາຮອດປັດ
ຈຸບັນເປັນເວລາ 8 ປີ ຫຼ້າສຸດໃນວັນທີ 25 ມີ ນາທີ່ຜ່ານມາ ຄະນະກຳມະການຈັດການເລືອກຕັ້ງແຫ່ງຊາດໄທ (ກກຕ) ໄດ້ມີການເລືອກຕັ້ງຜູ້ແທນລາດຊະດອນຂຶ້ນໃນ
ຂອບເຂດທົ່ວປະເທດເຊິ່ງເລີ່ມຕັ້ງແຕ່ເວລາ 8 ໂມງເຊົ້າ ຫາ 5 ໂມງແລງ.

     ຂໍ້ມູນຈາກ ກກຕ ໄດ້ອອກມາປະກາດຜົນຂອງການເລືອກຕັ້ງຢ່າງບໍ່ເປັນທາງການພາຍຫຼັງທີ່ນັບຄະແນນມາໄດ້ປະມານ 95% ແລ້ວຜົນປາກົດວ່າ: ອັນດັບ 1 ໄດ້ແກ່
ພັກເພື່ອໄທເຊິ່ງສາມາດຍາດສະມາຊິກສະພາລາດຊະດອນແບ່ງເຂດໄດ້ 135 ບ່ອນນັ່ງ, ອັນດັບ 2 ພັກພະລັງປະຊາລັດ ທີ່ມີ ພົນເອກ ປະຢຸດ ຈັນໂອຊາ ເປັນວ່າທີ່ນາຍົກ
ລັດຖະມົນຕີສາມາດຍາດໄດ້ 117 ບ່ອນນັ່ງ, ອັນດັບທີ 3 ພັກ​​ອະນາ​ຄ​ົດ ໄດ້ 80 ບ່ອນນັ່ງ.,ອັນດັບ 4 ພັກປະຊາທິປັດຍາດໄດ້ 53 ບ່ອນນັ່ງ. ຖືວ່າເປັນບາດລ້ຽວອັນໃໝ່
ຂອງການເມືອງໄທ ເນື່ອງຈາກພັກດັ່ງກ່າວນີ້ເປັນພັກເກົ່າແກ່ທີ່ສຸດ ແຕ່ການເລືອກຕັ້ງຄັ້ງນີ້ຖືວ່າເປັນຄວາມລົ້ມເຫຼວເຮັດໃຫ້ ທ່ານ ອາພິສິດ ເວດຊາຊີວະ ອະດີດນາຍົກລັດ
ຖະມົນຕີ ຕ້ອງລາອອກຈາກຕຳແໜ່ງຫົວໜ້າພັກ ແລະ ອັນດັບທີ 5 ພັກ​​ພູມ​ໃຈ​ໄທ​ຍາດໄດ້ປະມານ 51 ບ່ອນນັ່ງ, ສ່ວນບ່ອນນັ່ງທີ່ເຫຼືອແມ່ນບັນດາພັກອື່ນໆຍາດໄປໄດ້
ພັກລະ 5 - 10 ທີ່ນັ່ງຕາມລຳດັບ.

     ສ່ວນຄະແນນດິບ ຫຼື ຄະແນນສະໜັບສະໜູນພັກ ແມ່ນພັກພະລັງປະຊາລັດໄດ້ຮັບຄະແນນສຽງເຫັນດີປະມານ 7,9 ລ້ານບັດເປັນອັນດັບ 1; ພັກເພື່ອໄທໄດ້ຮັບຄະ
ແນນສຽງ 7,5 ລ້ານບັດ ເປັນອັນດັບທີ 2 ແລະ ພັກອະນາຄົດໃໝ່ໄດ້ຮັບຄະແນນສຽງເຫັນດີ 5,8 ລ້ານບັດເປັນອັນດັບທີ3; ສ່ວນພັກປະຊາທິປັດໄດ້ຮັບຄະແນນສຽງ
ເຫັນດີປະມານ 3,7 ລ້ານບັດເປັນອັນດັບທີ 4. ອີງຕາມຜົນການເລືອກຕັ້ງລວມທົ່ວປະເທດ 94 % ເວລາ 13:00 ຂອງວັນທີ 25/03/2019. ເຖິງແມ່ນວ່າການເລືອກ
ຕັ້ງຈະດຳເນີນໄປແລ້ວ ແຕ່ຜົນທີ່ອອກມານັ້ນບໍ່ເປັນໄປຕາມທີ່ຫຼາຍຝ່າຍຄາດກະ ຈິ່ງເຫັນໄດ້ຄວາມຫຍຸ້ງຍາກໃນການຈັດຕັ້ງລັດຖະບານຊຸດໃໝ່ ເພາະຕ່າງຝ່າຍຕ່າງອ້າງ
ສິດໃນການເປັນຜູ້ຊະນະຕ້ອງເປັນຜູ້ຈັດຕັ້ງລັດຖະບານ ແລະ ເລືອກນາຍົກລັດຖະມົນຕີຄົນຕໍ່ໄປ.

     ນັກວິເຄາະຕ່າງປະເທດລວມທັງສຳນັກຂ່າວຣອຍເຕີ, ບີບີຊີ, ເອພີ, ຊີເອັນເອັນ ແລະ ຜູ້ຊ່ຽວຊານດ້ານການເມືອງຕ່າງກໍກ່າວເປັນສຽງທີ່ຄ້າຍຄືກັນວ່າ: ພາຍຫຼັງທີ່ຮູ້ຜົນ
ເລືອກຕັ້ງແລ້ວຍິ່ງຈະເຮັດໃຫ້ຄວາມເຄັ່ງຕຶງການເມືອງໄທເພີ່ມຂຶ້ນຕື່ມ ເພາະການຈັດຕັ້ງລັດຖະບານທີ່ແບ່ງອອກເປັນສອງຝ່າຍຢ່າງຊັດເຈນ ແລະ ຖ້າຫາກວ່າຝ່າຍໃດຝ່າຍ
ໜຶ່ງສາມາດຈັດຕັ້ງລັດຖະບານໄດ້ກໍອາດຈະຂາດສະຖຽນລະພາບ ແລະ ນຳໄປສູ່ຄວາມຂັດແຍ່ງອີກຄັ້ງ. ຢ່າງໃດກໍຕາມ ນີ້ເປັນພຽງການວິເຄາະເຫດການລ່ວງໜ້າ ແຕ່ຄາດ
ວ່າຈະມີແນວໂນ້ມສູງທີ່ຈະເກີດເຫດ ການນີ້ຂຶ້ນ.