ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກູຍບາ ​ແລະ ອິນ​ເດຍ ຕີ​ລາຄາ​ສູງຕໍ່​ບົດບາດການນຳ​ພາ​ຂອງ​ພັກກອມມູນິດ ຫວຽດນາມ


     ສຳນັກຂ່າວ ​ເບເບເຊ ລາຍງານ ໃນວັນທີ 25 ມັງກອນ ນີ້ວ່າ: ກ່ຽວກັບບັນດາຄວາມພະຍາຍາມຂອງ ຫວຽດນາມ ໃນປີ 2020 ເພື່ອປະຕິບັດໜ້າ
ທີ່ຄວບຄູ່ກັບ​ການປ້ອງກັນ, ສະກັດກັ້ນ ພະຍາດລະບາດໂຄວິດ-19, ທັງພັດທະນາເສດຖະກິດສັງຄົມ, ກໍຄືວຽກງານກະກຽມໃຫ້ແກ່ ກອງປະຊຸມໃຫຍ່ຜູ້
ແທນທົ່ວປະເທດ ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ, ທ່ານ ນາງ ອີມີນາ ປີໂຈໂດ ອຸປະທູດຊົ່ວຄາວ ສະຖານທູດ ກູບາ ປະຈຳຫວຽດນາມ ໄດ້
ຕີລາຄາຜົນສຳເລັດຂອງ ຫວຽດນາມ ໃນການຄວບຄຸມໂລກລະບາດ ແລະ ສະກັດກັ້ນການແຜ່ລະບາດຂອງ ພະຍາດລະບາດໂຄວິດ-19 ແມ່ນຍ້ອນການ
ເຕົ້າໂຮມພູມປັນຍາ ແລະ ຈິດໃຈອັນສະຫຼາດສ່ອງໄສຂອງ ພັກ, ຄວາມຕັດສິນໃຈຂອງທຸກຂັ້ນໃນການຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ກໍຄືເລື່ອງລັດ
ຖະບານ ໄດ້ຍົກອອກບັນດາມາດຕະການທີ່ເໝາະສົມ ໃຫ້ແກ່ແຕ່ລະໄລຍະຢ່າງທັນການໃນການຕໍ່ສູ້, ຕ້ານພະຍາດລະບາດໂຄວິດ-19 ຢູ່ຫວຽດນາມ.

     ພາຍໃຕ້ການຊີ້ນຳ ນໍາພາຂອງ ພັກກອມມູນິດ ຫວຽດນາມ, ຫວຽດນາມ ໄດ້ຍູ້ແຮງການເຊື່ອມໂຍງທາງດ້ານເສດຖະກິດ ແລະ ປະຕິບັດບົດບາດຊຸກ
ຍູ້ສັນຕິພາບ ແລະ ຫັນເປັນຫຼາຍຮູບແບບ ແລະ ຫຼາຍຝ່າຍ ບັນລຸຜົນສຳເລັດ.

     ສ່ວນ ທ່ານ ໂປແລບ ເຊນທັບຕາ , ກຳມະການກົມການເມືອງ ອິນເດຍ ຢືນຢັນວ່າ: ກອງປະຊຸມໃຫຍ່ ຂອງພັກທຸກຄັ້ງລ້ວນແຕ່ກາຍເປັນເຫດການມີ
ລັກສະນະບາດລ້ຽວອັນ​ສຳຄັນສຳລັບປະເທດຊາດ, ອັນໄດ້ສວມບົດບາດຍຸດທະສາດ ໃຫ້ແກ່ການປະຕິວັດ ຫວຽດນາມ ກໍຄືບັນດາແຜນການພັດທະນາ
ເສດຖະກິດ. ທຸກຜົນງານຂອງ ຫວຽດນາມ ໃນປະຈຸບັນລ້ວນແຕ່ແມ່ນໝາກຜົນຂອງການປະກອບສ່ວນອັນໃຫຍ່ຫຼວງຂອງ ພັກກອມມູນິດຫວຽດນາມ
ໃນການວາງແຜນຊີ້ນຳ ແລະ ນຳໃຊ້ບັນດາຍຸດທະສາດທີ່ເໝາະສົມ ໃຫ້ແກ່ການພັດທະນາຢ່າງຮອບດ້ານຂອງ ຫວຽດນາມ.