ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ກຳລັງ ຝຣັ່ງ ສາມາດ​ສັງ​ຫານ​ກຸ່ມ​ກໍ່ການ​ຮ້າຍ​ໄດ້ 33 ຄົນ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 25 ທັນວາ ນີ້ ວ່າ: ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີ ຝຣັ່ງ ໄດ້ກ່າວວ່າ: ໃນຊຸມປີທີ່ຜ່ານມາ ກອງກໍາລັງທະ
ຫານ ຝຣັ່ງ ທີ່ໄປປະຈຳການຢູ່ໃນທະວີບ ອາຟຣີກາ ທີ່ເຮັດໜ້າທີ່ເປັນກອງກຳລັງກາງໃນການເຂົ້າໄປຊ່ວຍເຫຼືອຝ່າຍລັດຖະບານກວາດລ້າງກຸ່ມກໍ່ການຮ້າຍໃນຂົງເຂດຕ່າງໆ,
ໃນປີ 2019 ນີ້ກອງກໍາລັງຝຣັ່ງສາມາດສັງຫານກຸ່ມກໍ່ການຮ້າຍໄດ້ທັງໝົດ 33 ຄົນ ຢູ່ໃນປະເທດ ມາລີ, ທັງໝົດນີ້ຖືວ່າ ເປັນອີກໜຶ່ງຜົນງານທີ່ມາຈາກການຮ່ວມມືຂອງ
ຫຼາຍຝ່າຍ.

     ປະທານາທິບໍດີຝຣັ່ງ ໄດ້ເດີນທາງໄປຢ້ຽມຢາມປະເທດ ມາລີ ໃນລະຫວ່າງວັນທີ 23-25 ທັນວາ ນີ້, ເພື່ອກະຊັບມິດສາຍສຳພັນລະຫວ່າງສອງປະເທດ, ກໍຄືປະເທດ
ຝຣັ່ງ ແລະ ບັນດາປະເທດໃນທະວີບ ອາຟຣິກາ. ໂດຍ ຝຣັ່ງ ຢືນຍັນວ່າ: ຈະໃຫ້ການຊ່ວຍເຫຼືອຕື່ມໃນບາງດ້ານ ໂດຍສະເພາະແມ່ນການທີ່ຈະສົ່ງຊ່ຽວຊານ, ນັກວິຊາການ
ໃນການຊ່ວຍໄປເຝິກແອບໃຫ້ແກ່ກອງກໍາລັງ ປະເທດພັນທະມິດ.

     ສຳຫລັບປະເທດ ມາລີ ໄດ້ປະເຊີນກັບເຫດການບໍ່ສະຫງົບມາເປັນເວລາ 8 ປີ, ເຊິ່ງໃນນີ້ຈະປະກອບດ້ວຍກຸ່ມ ໂບໂກຮາຣາມ, ອານຊາບັບ ແລະ ໄອເອສ, ຕະຫຼອດໄລ
ຍະເວລາທີ່ຜ່ານມາມັນ ໄດ້ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍແສນຄົນ ແລະ ບາດເຈັບຫຼາຍລ້ານຄົນ, ເຖິງແມ່ນວ່າໃນທະວີບ ອາຟຣີກາ ຈະມີກອງກຳລັງພັນທະ
ມິດ ນາໂຕ ແລະ ກອງກຳລັງ ສປຊ ປະຈໍາຢູ່ຫຼາຍຈຸດກໍຕາມ ແຕ່ກຸ່ມກໍ່ການຮ້າຍກໍບໍ່ໄດ້ຢ້ານກົວ, ແຕ່ຍິ່ງເຮັດໃຫ້ ກຸ່ມດັ່ງກ່າວເປີດໜ້າໂຈມຕີຢ່າງລຽນຕິດ.