ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ ອານ​ຊາ​ບັບ ສາມາດ​ສັ່ງ​ຫານ​ເຈົ້າໜ້າທີ່​ຝ່າຍ​ລັດຖະບານ​ໄດ້ຫຼາຍສິບ​ຄົນ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 25 ພະຈິກ ນີ້ວ່າ: ກອງກຳລັງປະສົມທີ່ນຳໂດຍສະຫະລັດ. ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ ອະຟິຣກາກາງ ໄດ້ອອກມາເປີດ
ເຜີຍວ່າ: ກອງກຳລັງທາງອາກາດໄດ້ໂຈມຕີໃສ່ບັນດາຈຸດຕ່າງໆທີ່ເປັນເປົ້າໝາຍຂອງກຸ່ມ ອານຊາບັບ ໃນແຂວງ ບາໂຣປະເທດ ໂຊມາລີ, ແຕ່ບໍ່ມີລາຍງານເຖິງຕົວເລກ
ຂອງຜູ້ເສຍຊີວິດ ແລະ ບາດເຈັບ.

     ຜູ້ບັນຊາການທະຫານສະຫະລັດປະຈຳ ອະຟິຣກາກາງ ກ່າວວ່າ: ການໂຈມຕີໃນຄັ້ງນີ້ຖືວ່າໄດ້ຮັບຜົນ ແລະ ມີປະສິດທິຜົນສູງ. ເນື່ອງຈາກບໍ່ມີພົນລະເຮືອນໄດ້ຮັບບາດ
ເຈັບ ຫຼື ເສຍຊີວິດເລີຍ, ສ່ວນຕົວເລກຂອງຜູ້ເສຍຊີວິດນັ້ນຍັງຢູ່ຂັ້ນຕອນການສຶບສວນຫາລາຍລະອຽດ, ການໂຈມຕີໃນຄັ້ງນີ້ ກໍເພື່ອເປັນການຍັບຍັງສະກັດກັ້ນການກໍ່
ການຮ້າຍຂອງກຸ່ມ ອານເຄດາ ແລະ ອານຊາບັບ, ເພາະໃນອາທີດທີ່ຜ່ານມາ ກຸ່ມດັ່ງກ່າວໄດ້ຫຼອນໂຈມຕີກອງກຳລັງຝ່າຍລັດຖະບານ ແລະ ກອງກຳລັງປະສົມ.

     ຫຼ້າສຸດ ກຸ່ມ ອານຊາບັບ ໄດ້ອອກມາຍອມຮັບວ່າ: ກຸ່ມຕົນຖືກໂຈມຕີທາງອາກາດໃນແຂວງ ບາໂຣ ແຕ່ບໍ່ໄດ້ສ້າງຄວາມເສຍຫາຍຫຍັງຫຼາຍແກ່ພວກຕົນ, ພ້ອມດຽວ
ກັນນັ້ນ ຍັງອ້າງວ່າ ກຸ່ມ ອານຊາບັບ ສາມາດສັງຫານເຈົ້າໜ້າທີ່ຝ່າຍລັດຖະບານໄດ້ຫຼາຍຄົນໃນໜຶ່ງອາທິດທີ່ຜ່ານມາຈາກການຫຼອນໂຈມຕີທັງໝົດ 4 ຄັ້ງ.