ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງກຳລັງພັນທະມິດ ໂຈມຕີທາງອາກາດໃສ່ແຂວງເດແລໃນເຢເມນ


     ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 25 ກັນຍາ 2019 ນີ້ວ່າ: ກອງກຳລັງພັນທະມິດ ທີ່ນຳໂດຍ ອາຣາບີ ຊາອຸດິດ ໄດ້ເປີດສາກໂຈມຕີທາງອາກາດໃສ່ພື້ນທີ່ທາງ
ພາກໃຕ້ຂອງແຂວງ ເດແລ ປະເທດ ເຢເມນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 15 ຄົນ ແລະ ບາດເຈັບຈຳນວນໜຶ່ງ.

     ທາງກອງກຳລັງພັນທະມິດ ໄດ້ເປີດເຜີຍວ່າ: ພວກຕົນໃຊ້ເຮືອບິນສູ້ຮົບເຈັດໂຈມຕີໃສ່ຈຸດທີ່ຄາດວ່າເປັນພື້ນທີ່ຂອງກຸ່ມກະບົດຮູຕີ ໃນເມືອງ ກາຕາບາ ແຂວງ ເດແລ
ໃນຕອນທ່ຽງຂອງວັນທີ 24 ກັນຍາ ທີ່ຜ່ານມາ ແລະ ສາມາດ ສັງຫານກຸ່ມກະບົດຮູຕີໄດ້ 15 ຄົນ. ແຕ່ກຸ່ມຮູຕີ ໄດ້ອອກມາປະຕິເສດວ່າຈຳນວນຜູ້ທີ່ເສຍຊີວິດນັ້ນບໍ່ແມ່ນ
ກຸ່ມຕົນແຕ່ເປັນພົນລະເຮືອນທັງໝົດ ໃນນັ້ນປະກອບມີທັງແມ່ຍິງ ແລະ ເດັກນ້ອຍຈຳນວນໜຶ່ງ ເຊິ່ງຂໍ້ມູນຄ້າຍຄື:​ ກັບສຳນັກຂ່າວອື່ນໆ. ທີ່ລະບຸວ່າຈຳນວນຜູ້ເສຍຊີວິດ
ເປັນພົນລະເຮືອນ.

     ກ່ອນໜ້ານັ້ນ ຜູ້ແທນຂອງ ຝ່າຍລັດຖະບານ ແລະ ຜູ້ນຳກຸ່ມຮູຕີ ໄດ້ມີການເຈລະຈາກັນຢູ່ເທິງ ເຮືອລຳໜຶ່ງເຊິ່ງທາງອົງການ ສປຊ ເປັນຜູ້ກະກຽມໃຫ້ທັງເປັນຜູ້ສັງເກດ
ການ, ສ່ວນຜົນເຈລະຈາໃນຄັ້ງນັ້ນກໍໄດ້ຜົນດີ ເປັນທຳກັບທັງສອງຝ່າຍ, ແຕ່ເມື່ອເກີດເຫດການໂຈມຕີໂຮງງານກັ່ນນ້ຳມັນຢູ່ ອາຣາບີ ຊາອຸດິດຈິ່ງເຮັດໃຫ້ສະຖານະການ
ກັບມາເຄັ່ງຮ້ອນອີກຄັ້ງ, ເນື່ອງຈາກ ອາຣາບີ ເຊື່ອວ່າເປັນສີມືຂອງອີຣານ ແລະ ອີຣານກໍເປັນຜູ້ສະໜັບສະໜູນກຸ່ມຮູຕີ ສະນັ້ນມັນຈຶ່ງມີຄວາມເຊື່ອມໂຍງກັນ.