ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ​ລັດຖະບານ ​ໂຊ​ມາລີ ສັງຫານ​ກຸ່ມ​ຫົວ​ຮຸນ​ແຮງ 11 ຄົນ


     ສຳນັກຂ່າວ ຊິນຮວ່າ ລາຍງານໃຫ້ຮູ້ວ່າ: ທະຫານ ໂຊມາລີ ກ່າວໃນວັນທີ 21 ສິງຫາ ນີ້ ວ່າ: ກອງກຳລັງຂອງຕົນໄດ້ ປະທະກັບກຸ່ມຫົວຮຸນແຮງ ”ພັກ ຊາວໜຸ່ມ” ຢູ່
ທາງພາກໃຕ້ຂອງ ໂຊມາລີ, ໃນວັນທີ 20 ສິງຫາທີ່ ຜ່ານມາ, ເຮັດໃຫ້ສະມາຊິກຂອງ ກຸ່ມດັ່ງກ່າວເສຍຊີວິດ 11 ຄົນ.

     ທ່ານ ຊາລາ ເຈຄອບສ໌ ຜູ້ບັນຊາການກອງກຳລັງຂອງຝ່າຍລັດຖະບານ ໂຊມາລີ ກ່າວຕໍ່ບັນດາຜູ້ສື່ຂ່າວວ່າ: ກຸ່ມຫົວຮຸນແຮງ”ພັກຊາວໜຸ່ມ”ໄດ້ໂຈມຕີກອງກຳລັງທະ
ຫານຂອງລັດຖະບານ ແລະ ກຳລັງປະກອບອາວຸດສະໜັບສະໜູນໃນທ້ອງຖິ່ນທີ່ເມືອງ ໂຈວາ ທາງພາກໃຕ້ຂອງປະເທດ. ໃນການປະທະກັນຄັ້ງນີ້ ທະຫານລັດຖະບານ ໂຊ
ມາລີ ສາມາດສັງຫານກຸ່ມຫົວຮຸນແຮງ ”ພັກຊາວໜຸ່ມ” ເສຍຊີວິດ11 ຄົນ ແລະ ບາດເຈັບອີກ 15 ຄົນ.

     ທ່ານ ເຈຄອບສ​໌ ກ່າວອີກວ່າ: ກອງກຳລັງຂອງລັດຖະບານຍັງໄດ້ຊ່ວຍເຫຼືອປົດປ່ອຍພົນລະເຮືອນ ຈຳນວນ 20 ຄົນ ທີ່ຖືກລັກພາຕົວໂດຍ ”ພັກຊາວໜຸ່ມ” ທີ່ປະຕິບັດ
ງານຢູ່ເມືອງ ຄິດມາໂຢ່ທາງພາກໃຕ້ຂອງປະເທດອີກດ້ວຍ.