ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ຈະ​ດຳ​ເນີນການ​ຂັ້ນ​ເດັດຂາດ ຖ້າ ​ໃຕ້​ຫວັນ ຄິດ​ແຍກ​ເອກະລາດ


     ສຳນັກຂ່າວ AP ລາຍງານໃນວັນທີ 25 ກໍລະກົດ 2019 ວ່າ: ທາງການ ຈີນ ສົ່ງສັນຍານເດັດຂາດຕໍ່ ໃຕ້ຫວັນ ດ້ວຍການເຜີຍແຜ່ປຶ້ມປົກຂາວທີ່ເປັນນະໂຍບາຍ
ດ້ານປ້ອງກັນຊາດຂອງ ຈີນ ທີ່ໃຫ້ຄວາມສຳຄັນກັບດິນແດນ ໃຕ້ຫວັນ ໄວ້ອັນດັບຕົ້ນໆ. ພ້ອມມີຂໍ້ຄວາມວ່າຈະບໍ່ຍົກເວັ້ນການໃຊ້ກຳລັງທະຫານ ເພື່ອຈະລວມ ໃຕ້ຫວັນ
ກັບຄືນ ຈີນ ທັງຍັງຢືນວ່າ: ຈະໃຊ້ຍຸດທະວິທີທາງທະຫານທຸກທາງ ເພື່ອປາບປາມຜູ້ທີ່ພະຍາຍາມແບ່ງແຍກດິນແດນຢ່າງທີ່ເຄີຍເກີດຂຶ້ນຢູ່ ຕີເບດ ແລະ ຊິນຈຽງອຸຍກູ.

     ທ່ານ ອູ໋ ສຽນ ໂຄສົກກະຊວງປ້ອງກັນປະເທດ ສປ ຈີນ ກ່າວວ່າ: ກະແສພະຍາຍາມແບ່ງແຍກດິນແດນ ໃຕ້ຫວັນ ມີສູງຂຶ້ນ ແລະ ຂໍເຕືອນກຸ່ມທີ່ພະຍາຍາມປະກາດ
ອິດສະຫຼະພາບ ໃຕ້ຫວັນ ຈະຕ້ອງພົບຈຸດຈົບ ແລະ ໃຜກໍຕາມທີ່ຄິດຈະແຍກໃຕ້ຫວັນຈາກຈີນ, ກອງທັບ ຈີນ ຈະສູ້ຢ່າງບໍ່ລົດລະ ເພື່ອທີ່ຈະປົກປ້ອງອະທິປະໄຕເພື່ອຜະນຶກ
ລວມດິນແດນຂອງປະເທດ. ນອກນັ້ນທ່ານ ອູ໋ ສຽນ ຍັງໄດ້ກ່າວໃນພິທີຖະແຫຼງການທີ່ນະຄອນຫຼວງ ປັກກິ່ງ ເມື່ອວັນທີ 24 ກໍລະກົດ 2019 ວ່າ: ໃຕ້ຫວັນເປັນດິນແດນ
ທີ່ປົກຄອງດ້ວຍລະບອບປະຊາທິປະໄຕ ນັບຈາກແຍກໂຕຈາກ ຈີນ ຊ່ວງສົງຄາມກາງເມືອງທີ່ພັກຄອມມູນິດ ໄດ້ຮັບໄຊຊະນະໃນແຜ່ນດິນໃຫຍ່ ເມື່ອປີ 1949 ແຕ່ ຈີນ
ປະກາດມາໂດຍຕະຫຼອດວ່າ ໃຕ້ຫວັນ ເປັນສ່ວນໜຶ່ງຂອງ ຈີນ.

     ຄວາມຂັດແຍ່ງຫຼ້າສຸດຕືງຄຽດຂຶ້ນຈາກທີ່ກໍລະນີທີ່ ອາເມຣິກາ ອະນຸມັດການຂາຍອາວຸດໃຫ້ໃຕ້ຫວັນ ມີມູນຄ່າ 2.200 ລ້ານໂດລາ ລວມເຖິງເປີດບ້ານໃຫ້ ນາງສາວ
ໄຊ່ ອິງເຫວິນ ຜູ້ນຳໃຕ້ຫວັນ ເດີນທາງຢ້ຽມຢາມນະຄອນ ນິວຢອກ ກ່ອນເດີນທາງໄປຢ້ຽມຢາມພັນທະມິດໃນແຖບທະ​ເລ ແຄຣິບຽນ. ເຊິ່ງປຶ້ມປົກຂາວສະບັບຫຼ້າສຸດຂອງ
ຈີນ ຍັງລະບຸເຖິງການທີ່ ອາເມຣິກາ ແລະ ອົສະຕຣາລີ ເສີມກຳລັງ ແລະ ຮັດແໜ້ນສຳພັນທະມິດໃນແຖບ ອາຊີ-ປາຊີຟິກ ວ່ານຳຄວາມບໍ່ສະຫງົບມາສູ່ພູມິພາກ ລວມເຖິງ
ການຕິດຕັ້ງລະບົບປ້ອງກັນຂີປະນາວຸດໃຫ້ ເກົາຫຼີໃຕ້.