ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະມາຊິກ​ກຸ່ມ​ກໍ່ການ​ຮ້າຍ​ເສຍ​ຊີວິດ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຢູ່​ ອີ​ຮາ

     ຕາມການລາຍງານຂອງ ສໍານັກຂ່າວ ຊິນຮ່ວາ ໃນວັນທີ 25 ມິຖຸນາ 2019 ວ່າ: ມີສະມາຊິກ ຂອງກຸ່ມຫົວຮຸນແຮງ ອີ​ແອັດຊ໌ ( IS ) ເສຍຊີວິດຢ່າງຫນ້ອຍ 5 ຄົນ ແລະ
ບາດເຈັບອີກຈໍານວນຫຼາຍ, ຈາກການໂຈມຕີທາງອາກາດຂອງກອງກໍາລັງປະສົມນໍາໂດຍກອງທັບສະຫະລັດໃນ ວັນຈັນ ທີ່ຜ່ານມາ ຢູ່ທາງທິດຕາເວັນຕົກຂອງ ແຂວງ ອານ
ບາ ປະເທດ ອີຣັກ.

     ຫນ່ວຍຂ່າວກອງຂອງກອງກໍາລັງປະສົມ ນໍາໂດຍສະຫະລັດລາຍງານວ່າ: ການໂຈມຕີທາງອາກາດໃສ່ພື້ນທີ່ຂອງກຸ່ມຫົວຮຸນແຮງ ອີ​ແອັດຊ໌ ( IS ) ໃນຄັ້ງນີ້. ແມ່ນຢູ່ໃນ
ເມືອງ ອານເຄມ ຫ່າງຈາກ ນະຄອນຫຼວງ ແບກແດດ ໄປທາງທິດເຫນືອປະມານ 400 ກິໂລແມັດ. ຜົນຂອງການປະຕິບັດການໂຈມຕີທາງອາກາດຄັ້ງນີ້ ສາມາດສັງຫານ
ກຸ່ມຫົວຮຸນແຮງໄດ້ 5 ຄົນ, ທໍາລາຍຍານພາຫະນະ ແລະ ອາ ວຸດເສິກໄດ້ຈໍານວນຫນຶ່ງ.

     ທັງນີ້ກຸ່ມຫົວຮຸນແຮງ ອີ​ແອັດຊ໌ ( IS ) ຍັງມີການເຄື່ອນໄຫວດ້ວຍການໂຈມຕີຢູ່ໃນແຂວງ ອານບາ ໂດຍເນັ້ນໄປທີ່ເຂດແດນຕິດກັບບັນດາປະເທດໃກ້ຄຽງເຊັ່ນ: ຊີຣີ,
ຈໍແດນ ແລະ ຊາອຸ​ດິອາຣາບີ ​ເຊິ່ງມີ​ຄັ້ງ​ທີ່. ຫຼາຍໆພວກຫົວຮຸນແຮງໄດ້ກໍ່ເຫດດ້ວຍການລັກພາຕົວ ແລະ ສັງຫານ ປະຊາຊົນ.