ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານ​ອົງການ ສປຊ ກຽມ​ເດີນ​ທາງ​ຢ້ຽມຢາມ ຣັດ​ເຊຍ ​ແລະ ອູ​ແກຣນ


ທ່ານ ອັນໂຕນີ ໂອກູເຕີເຣດ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ

     ສໍານັກຂ່າວຊິນຮ່ວາ ໃຫ້ຮູ້ວ່າ: ທ່ານ ອັນໂຕນີໂອ ກູເຕີເຣດ ເລຂາທິການໃຫຍ່ອົງການສະຫະປະຊາຊາດກຽມເດີນທາງໄປພົບປະກັບ ທ່ານ ວະລາດີເມຍ
ປູຕິນ ປະທານາທິບໍດີ ຣັດເຊຍ ຢູ່ນະຄອນຫຼວງມົດສະກູ ໃນວັນທີ 26 ເມສາ, ຫຼັງຈາກນັ້ນກໍສືບຕໍ່ເດີນທາງໄປຢ້ຽມຢາມ ອູແກຣນ ເພື່ອພົບປະກັບ ທ່ານ
ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີ ອູແກຣນ. ຈຸດປະສົງແມ່ນເພື່ອປຶກສາຫາລືການຢຸດຍິງ.

     ຫວ່າງມໍ່ໆມານີ້, ທ່ານ ກູເຕີເຣດ ໄດ້ສົ່ງຈົດໝາຍເຖິງຄະນະສະຫະພັນ ຣັດເຊຍ ແລະ ອູແກຣນ ປະຈໍາອົງການສະຫະປະຊາຊາດ, ໂດຍສະແດງຄວາມ
ຫວັງຈະເດີນທາງໄປສອງປະເທດ ແລະ ພົບປະກັບປະທານາທິບໍດີ ທັງສອງ ເພື່ອມີການປຶກສາຫາລືກັນກ່ຽວກັບການບັນລຸສັນຕິພາບ ແລະ ຄວາມສະ
ເໝີພາບ.

     ເຖິງວ່າສະພາບການໃນປັດຈຸບັນ ໃນພາກພື້ນອູແກຣນກໍາລັງເຄັ່ງຮ້ອນ, ແຕ່ດ້ວຍຄວາມເປັນຫ່ວງເປັນໃຍ ຂອງອົງການສະຫະປະຊາຊາດ, ທ່ານ ກູເຕີ
ແຣັດ ໄດ້ຕັດສິນໃຈເດີນທາງໄປຍັງພື້ນທີ່ເດືອດຮ້ອນດ້ວຍຕົວເອງ ແລະ ຫວັງວ່າການໄປໃນຄັ້ງນີ້ອາດສາມາດຜ່ອນຄວາມເຄັ່ງຕຶງໃນພາກພື້ນອູແກຣນ ບໍ່
ຫຼາຍກໍໜ້ອຍ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 26/04/2022