ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມ​ແຕກ​ຕ່າງ​ດ້ານ​ສາສະໜາ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມ​ຂັດ​ແຍ້​ງ​ໃນ​ປະ​ເທດ ນີ​ເຊ​ຣີ ( Nigeia )


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 25 ເມສາ 2019 ນີ້ວ່າ: ເຈົ້າໜ້າທີ່ຕຳຫຼວດ ນີເຊຣີກ່າວວ່າ: ໃນວັນພຸດທີ່ຜ່ານມາເກີດເຫດຄົນຮ້າຍບໍ່ຮູ້ວ່າເປັນ ກຸ່ມໃດ
ໂຈມຕີໃສ່ພິທີທາງສາສະໜາຂອງຊາວຄຣິດສະຕຽນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 17 ຄົນ ໃນນັ້ນສ່ວນຫລາຍເປັນຜູ້ຍິງ, ເດັກນ້ອຍ ແລະ ແມ່ມານ, ນອກຈາກນີ້ຍັງມີຜູ້
ບາດເຈັບຫຼາຍກວ່າ 45 ຄົນ.

     ເຫດການຄັ້ງນີ້ເກີດຂຶ້ນຢູ່ລັດ ນາສາຣາວາ, ນັບສະເພາະເດືອນ ເມສານີ້ ຖືວ່າເປັນຄັ້ງທີສອງແລ້ວ ທີ່ຄົນຮ້າຍກໍ່ເຫດລັກສະນະນີ້ ໂດຍ ມີເປົ້າໝາຍແນໃສ່ດັບສູນ ຫຼື
ທຳລາຍບຸກຄົນທີ່ເປັນຄົນສາສະໜາຕ່າງຈາກຕົນ ໂດຍສະເພາະແມ່ນ ຄຣິດສະຕຽນ ເຊິ່ງແນ່ນອນວ່າ ອີກຝ່າຍໜຶ່ງຕ້ອງເປັນມຸສະລິມ. ການໂຈມຕີໃນແຕ່ລະຄັ້ງແມ່ນ ແນ
ໃສ່ການສັງຫານກຸ່ມເຍົາວະຊົນ, ແມ່ຍິງ ແລະ ແມ່ມານ ສະນັ້ນເຈົ້າໜ້າທີ່ຕຳຫຼວດຈຶ່ງຕັ້ງຂໍ້ສັນນິຖານວ່າເປັນການຫວັງທຳລາຍລ້າງເຜົ່າພັນ.

     ຢ່າງໃດກໍຕາມເຖິງແມ່ນວ່າ ຈະຍັງບໍ່ມີກຸ່ມໃດອອກມາສະແດງຄວາມຮັບຜິດຊອບ ແຕ່ຄາດ ວ່າເປັນສີມືຂອງສະມາຊິກກຸ່ມ ໂບໂກຮາຣາມ ເພາະກຸ່ມນີ້ສ່ວນໃຫຍ່ຈະ
ເປັນຄົນມຸສະລິມ ແລະ ກ່ອນໜ້ານີ້ໂບໂກຮາຣາມກໍໄດ້ ໂຈມຕີຄົນຄຣິດສະຕຽນໃນພິທີ ທີ່ຄ້າຍຄືກັນ.

     ອົງການ ສປຊ ເປີດເຜີຍວ່າ: ຈຸດທີ່ເຮັດໃຫ້ນີເຊຣີຕ້ອງຜະເຊີນ ກັບບັນຫາຢູ່ທຸກມື້ນີ້ກໍແມ່ນມາ ຈາກບັນຫາຄວາມບໍ່ລົງລອຍກັນ ລະຫວ່າງຄົນເຊືຶ້ອຊາດທີ່ແຕກຕ່າງ
ກັນໃນປະເທດ, ອີກຢ່າງໜຶ່ງ ແມ່ນມາຈາກບັນຫາທາງການເມືອງ. ນີເຊຣີເຂົ້າສູ່ພາວະສົງຄາມກາງເມືອງແຕ່ປີ 2015 ໃນປັດຈຸບັນນີ້ຍັງມີສະມາຊິກ ກຸ່ມໂບໂກຮາຣາມປະ
ມານ 5.000-6.000 ຄົນໃນນີເຊຣີ ຕະຫຼອດໄລຍະເວລາທີ່ຜ່ານມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວປະມານ 16.000 ຄົນ ແລະ 2,7 ລ້ານຄົນຂາດທີ່ຢູ່ອາໄສ.