ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຕາລີ ລົງ​​​ຮ່ວມມືກັບ​ຈີນສ​້າງເສັ້ນທາງສາຍໄໝຢ່າງ​​ເປັນທາງ​ການ


ອີຕາລີ ລົງ​​​ຮ່ວມມືກັບ​ຈີນສ້າງເສັ້ນທາງສາຍໄໝຢ່າງ​​ເປັນທາງ​ການ

     ສໍານັກຂ່າວ AP ລາຍງານເມື່ອວັນທີ 25 ມີນາ 2019 ວ່າ: ປະທານປະເທດຈີນທ່ານ ສີຈີ້ນຜິງ ແລະ ທ່ານ ຈູເຊບ ເປກອນເຕ ນາຍົກລັດຖະມົນຕີຂອງອີຕາລີ ໄດ້ຮ່ວມ
ກັນເປັນສັກຂີພະຍານ ໃນພິທີລົງນາມຂໍ້ຕົົກລົງ 29 ສະບັບທີ່ເຮືອນຮັບຮອງວິນລາມາດາມາໃນນະຄອນຫຼວງໂຣມຂອງ ອີຕາລີ ເມື່ອວັນທີ 23 ທີ່ຜ່ານມາ.

     ເຖິງແມ່ນວ່າລັດຖະບານທັງສອງຝ່າຍບໍ່ໄດ້ເປີດເຜີຍລາຍລະອຽດຂອງຂໍ້ຕົກລົງດັ່ງກ່າວກໍຕາມ, ສ່ວນໃຫຍ່ມຸ່ງເນັ້ນການຮ່ວມລົງທຶນໃນໂຄງການພັດທະນາລະບົບພື້ນ
ຖານໂຄງລ່າງ ແລະ ສາທາລະນຸປະໂພກ.

     ທັງນີ້ການລົງນາມໃນຂໍ້ຕົກລົງດັ່ງກ່າວສົ່ງຜົນໃຫ້ອີຕາລີ ເປັນປະເທດຕາເວັນຕົກແຫ່ງທໍາອິດ ແລະ ສ້າງປະຫວັດສາດໜ້າໃຫມ່ເຊິ່ງເປັນປະເທດທໍາອິດ ຈາກກຸ່ມປະເທດ
ອຸດສາຫະກໍາຊັ້ນນໍາຂະໜາດໃຫຍ່ 7 ແຫ່ງ G7 ເຊິ່ງລົງນາມເປັນສະມາຊິກຂອງແຜນຫຸ້ນສ່ວນທາງຍຸດທະສາດ ໜຶ່ງແລວໜຶ່ງເສັ້ນທາງ ຫຼື ເສັ້ນທາງສາຍໄໝ. ຂະນະທີ່ຜູ້ນໍາ
ຈີນ ຢໍ້າວ່າ: ຈະມຸ່ງເນັ້ນເສີມສ້າງຄວາມສໍາພັນ ແລະ ຍົກລະດັບຄວາມຮ່ວມມືທາງການຄ້າກັບອີຕາລີ ໃນຮູບແບບຂອງການແລກປ່ຽນເຊິ່ງກັນ ແລະ ກັນບໍ່ແມ່ນການຄ້າ
ຂາຍຢ່າງດຽວ ພ້ອມທັງຢືນຢັນວ່າການລົງນາມຮ່ວມມືກັບອີຕາລີ ຈະມີຄວາມຍຸຕິທໍາ ແລະ ຮັກສາຄວາມສົມດຸນທາງການຄ້າລະຫວ່າງສອງປະເທດ.