ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຢີບ ກຽມພິຈາລະນາ​ປັບ​ຄະນະ​ລັດ​ຖະ​ບານ ​ແລະ ບັນດາ​ກະຊວງ​ທີ​ສຳຄັນ​ຄືນ​ໃໝ່


     ວັນທີ 24 ທັນວາ ນີ້: ສະພາແຫ່ງຊາດ ອີຢິບ ໄດ້ຈັດກອງປະຊຸມຄົບຄະນະເພື່ອພິຈາລະນາ ແລະ ຮັບຮອງຕາມການຮ້ອງຂໍ້ປັບຄະນະລັດຖະບານ ແລະ ບັນດາກະຊວງ
ຕ່າງໆທີ່ນຳໂດຍທ່ານ ອັບໂດ ຟາທາ ອານຊີຊີ ປະທານາທິບໍດີອີຢິບ, ສະມາຊິກຄະນະລັດຖະບານ ອີຢິບ ຈະມີການປັບປຸງຂະໜາດໃຫຍ່​ໃນຫຼາຍຕຳແໜ່ງ.

     ການປັບຄະນະລັດຖະບານຊຸດນີ້ກ່ຽວພັນເຖິງ 11 ກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ກະຊວງພາຍໃນ, ກະຊວງການຕ່າງປະເທດ, ກະຊວງການເງິນບໍ່ມີ
ການປ່ຽນແປງ. ຫຼັງຈາກການປັບຄະນະລັດຖະບານແລ້ວ, ກະຊວງການທ່ອງທ່ຽວ ແລະ ກະຊວງມໍລະດົກວັດທະນະທຳຈະໂຮມເຂົ້າກັນເປັນກະຊວງການທ່ອງທ່ຽວ ແລະ
ມໍລະດົກວັດທະນະທຳ, ກະຊວງການລົງທຶນ ແລະ ການຮ່ວມມືສາກົນຈະປ່ຽນເປັນກະຊວງການຮ່ວມມືສາກົນ. ການປັບຄະນະລັດຖະບານເທື່ອນີ້ຍັງໄດ້ຟື້ນຟູກະຊວງຂໍ້
ມູນຂ່າວສານແຫ່ງຊາດທີ່ເຄີຍຢຸບໄປໃນປີ 2014 ນັ້ນຄືນໃໝ່.