ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ ອີ​ແອັດຊ໌ ( IS ) ຫວັງ​ທີ​ຈະ​ເອົາ​ປະ​ເທດ ມາ​ຣົກ ​
ເປັນ​ຖານທີ່ໝັ້ນ​ບໍ່ກໍ່ຄວາມ​ສະຫງົບ​ແຫ່ງ​ໃໝ່


     ອີງຕາມແຫຼ່ງຂ່າວ ຊິນຮວ່າ ໃຫ້ຮູ້ວ່າ: ກະຊວງພາຍໃນຂອງປະເທດ ມາຣົກ ໄດ້ອອກຖະແຫຼງການໃນວັນທີ 21 ພະຈິກ ທີ່ຜ່ານມາວ່າ: ສຳນັກງານສືບສວນສູນກາງ
ມາຣົກ ໄດ້ຈັບກຸ່ມກໍ່ການຮ້າຍສອງຄົນທີ່ມີສ່ວນພົວພັນກັບອົງການຫົວຮຸນແຮງ ອີ​ແອັດຊ໌ ( IS ) ໃນນະຄອນ ຫຼວງຣາບາດ.

     ແຫຼ່ງຂ່າວໃຫ້ຮູ້ວ່າ: ຜູ້ຊາຍສອງຄົນທີ່ຖືກຈັບມີອາຍຸ 30 ປີ ແລະ 34 ປີ ເຊິ່ງມີການດໍາເນີນ ການເຄື່ອນໄຫວໃນການໂຄສະນາຊວນເຊື່ອໃຫ້ແກ່ເຍົາວະຊົນເຂົ້າຮ່ວມ
ອຸດົມການ ແລະ ຕໍ່ຕ້ານ ລັດຖະບານ, ຫວັງທີ່ຈະສ້າງຖານທີ່ໝັ້ນແຫ່ງໃໝ່ໃນ ມາຣົກ ຢູ່ຂອບເຂດຊານເມືອງ ນະຄອນຫຼວງ ຣາບາດ.

     ການຈັບກຸມຄັ້ງ ນີ້. ມັນສະແດງໃຫ້ເຫັນວ່າໄພຂົ່ມຂູ່ກໍ່ການຮ້າຍທີ່ເປັນຕົວແທນຂອງ ອີ​ແອັດຊ໌ ( IS ) ຍັງມີຢູ່. ຫຼັງຈາກອົງການຫົວຮຸນແຮງໄດ້ສູນເສຍສະໜາມຮົບ
ໃນປະເທດ ຊີຣີ ແລະ ອີຣັກ.

     ໃນເດືອນ ພຶດສະພາ 2003 ຜ່ານມາ, ການໂຈມຕີກໍ່ການຮ້າຍໄດ້ເກີດຂຶ້ນຢູ່ເມືອງ ກາຊາບ ລານກາ, ເມືອງໃຫຍ່ໃນພາກເໜືອຂອງປະເທດ ມາຣົກ, ຕັ້ງແຕ່ນັ້ນມາປະ
ເທດ ມາຣົກ ໄດ້ປະຕິບັດ ມາດຕະການປ້ອງກັນຕ້ານການກໍ່ການຮ້າຍຢ່າງເຂັ້ມງວດ.

     ອີງຕາມຂໍ້ມູນທີ່ອົງການສືບສວນສອບສວນສູນກາງໃຫ້ຮູ້ວ່າ: ແຕ່ຕົ້ນປີ 2015 ເຖິງເດືອນ ມິຖຸນາ 2018, ປະເທດ ມາຣົກ ໄດ້ບຸກໂຈມຕີກຸ່ມກໍ່ການຮ້າຍ 53 ຄັ້ງ ແລະ
ໄດ້ມອບໂອນຜູ້ຕ້ອງສົງໄສທີ່ພົວພັນກັບອົງການຫົວຮຸນແຮງ ອີ​ແອັດຊ໌ ( IS ) ຈຳນວນ 815 ຄົນ ໃຫ້ແກ່ອົງການຕຸລາການດຳເນີນການສືບສວນ.