ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພະຍາດ​ໄຂ້​ເລືອດ​ອອກ​ໃນ ຫວຽດນາມ ກຳລັງ​ລະບາດໜັກ


     ສຳນັກຂ່າວ ຊິນຮ່ວາ ລາຍງານເມື່ອວັນທີ 24 ກັນຍາ ນີ້, ໂດຍອ້າງຂໍ້ມູນຈາກສື່ ຫວຽດນາມ ວ່າ: ມີຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມຂຶ້ນເປັນຈໍານວນຫຼາຍ.

     ທ່ານ ເດືອງກວາງຈິນ ຜູ້ອຳນວຍການໃຫຍ່ ກະຊວງສາທາລະນະສຸກ ຫວຽດນາມ ກ່າວວ່າ: ຫຼາຍກວ່າເຄິ່ງໜຶ່ງຂອງກໍລະນີຜູ້ເປັນໄຂ້ເລືອດອອກທີ່ຖືກກວດພົບປັດຈຸ
ບັນແມ່ນຢູ່ພາກໃຕ້ຂອງ ຫວຽດນາມ, ຖັັດມາແມ່ນເຂດພາກກາງ. ເຖິງຢ່າງນັ້ນກໍຕາມຈຳນວນກໍລະນີໄຂ້ເລືອດອອກຢູ່ ຫວຽດນາມ ໃນປີນີ້ໄດ້ ຫຼຸດລົງເມື່ອທຽບກັບໄລ
ຍະດຽວກັນຂອງປີຜ່ານມາ, ແຕ່ການລະບາດຂອງໄຂ້ເລືອດອອກແມ່ນມີຄວາມຫຍຸ້ງຍາກສັບສົນ ໂດຍສະເພາະຢູ່ ນະຄອນໂຮຈີມິງ, ແຂວງ ດົງນາຍ, ແຂວງ ລອງອານ
ແລະ ແຂວງ ເຫງະອານ ເປັນຕົ້ນ.

     ຕາມຕົວເລກສະຖິຕິຂອງ ຫວຽດນາມ ໃຫ້ຮູ້ວ່າ: ປີນີ້ມີຜູ້ຕິດເຊື້ອໄຂ້ເລືອດອອກ 70.000 ກໍລະນີ ແຕ່ຍັງບໍ່ທັນມີຜູ້ເສຍຊີວິດ, ປີນີ້ຖືວ່າບໍ່ຮ້າຍແຮງເມື່ອທຽບກັບ ປີ
2019 ເຊິ່ງຈໍານວນຜູ້ຕິດເຊື້ອປະມານ 320.000 ກໍລະນີ ແລະ ມີຜູ້ເສຍຊີວິດ 53 ຄົນໃນທົ່ວປະເທດ.