ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕວກກີ-ກາ​ຕາ ປືກສາ​ຫາລື ​ແລະ ສືບຕໍ່ຮ່ວມ​ມື​ທາງ​ດ້ານ​ການ​ທະຫານ


     ສຳນັກຂ່າວ ຊິນຮວ່າ ລາຍງານໃນວັນທີ 23 ກັນຍາ 2019 ນີ້ວ່າ: ກະຊວງປ້ອງກັນປະເທດ ກາຕາ ຖະແຫຼງການວ່າ: ຜູ້ແທນກະຊວງປ້ອງກັນປະເທດ ກາຕາ ແລະ ກະ
ຊວງປ້ອງກັນປະເທດ ຕວກກີ ໄດ້ຈັດພິທີພົບປະສອງຝ່າຍໃນວັນອາທິດທີ່ຜ່ານມາ, ທີ່ນະຄອນຫຼວງ ໂດຮາ ຂອງກາຕາ ໂດຍທັງສອງຝ່າຍເຫັນດີເປັນເອກະພາບວ່າ: ສອງ
ປະເທດຈະສືບຕໍ່ຮັດແໜ້ນຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໂດຍສະເພາະແມ່ນວຽກງານການປ້ອງກັນຊາດໃຫ້ນັບມື້ມີບາດກ້າວອັນໃໝ່.

     ໃນພິທີຜູ້ແທນທັງສອງຝ່າຍຕ່າງກໍໄດ້ໃຫ້ຄຳໝັ້ນສັນຍາລົງນາມບົດບັນທຶກໃນຂອບ ລະຫວ່າງສອງກະຊວງປ້ອງກັນປະເທດ ກາຕາ ແລະ ຕວກກີ, ນອກຈາກນີ້ ຍັງຈະ
ສືບຕໍ່ໃນການແລກປ່ຽນບົດຮຽນ, ວັດທະນະທໍາ, ລວມເຖິງທາງດ້ານເສດຖະກິດອີກດ້ວຍ.

     ພາຍຫຼັງສຳເລັດພິທີພົບປະຫາລື, ລັດຖະມົນຕີກະຊວງປ້ອງກັນ ປະເທດ ຕວກກີ ກໍໄດ້ກ່າວ ວ່າ: ກາຕາ ຖືວ່າເປັນອີກໜຶ່ງປະເທດທີ່ເປັນເພື່ອນມິດມີການໄປມາຫາສູ່
ກັນເປັນປະຈຳ ແລະ ໃນວຽກງານປ້ອງກັນຊາດ, ທັງສອງປະເທດກໍໄດ້ມີການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ດ້ານເສດຖະກິດ ກາຕາ ເປັນສ່ວນໜຶ່ງຂອງການຈະເລີນ
ເຕີບໂຕໃນດ້ານການຄ້າຂອງຕວກກີ, ຫວັງຢ່າງຍິ່ງວ່າໃນອານາຄົດສາຍສຳພັນຂອງສອງປະເທດຈະຍັງງົດງາມສະເໝີຕົ້ນສະເໝີປາຍ.