ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຢີບ, ອາເມຣິກາ ​ແລະ ​ອາຣັບ​ເອມິ​ເຣດ ຮ່ວມກັນ​ຊ້ອມ​ຮົບ​ຢູ່​ທະ​ເລ​​ແດງ


     ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນຫວຽດນາມ ສະບັບວັນທີ 23 ກໍລະກົດ 2019 ນິີ້ວ່າ: ກອງທັບ ອີຢີບ, ກອງທັບ ສະຫະລັດອາເມຣິກາ ແລະ ກອງທັບ ອາ
ຣັບເອມິເຣດ (UAE) ໄດ້ດໍາເນີນການຊ້ອມຮົບຮ່ວມຢູ່ທະເລແດງ.

     ຂ່າວຈາກກອງທັບ ເອຢີບ ໃຫ້ຮູ້ວ່າ: ການຊ້ອມຮົບຮ່ວມຄັ້ງນີ້ ເປັນການຊ້ອມຮົບຂອງກອງທັບເຮືອ ແລະ ກອງທັບອາກາດຂອງ 3 ປະເທດ, ໃນນັ້ນລວມມີເຮືອບິນສູ້
ຮົບ F-16, ກໍາປັ່ນ, ເຄື່ອງຍິງສົ່ງລູກສອນໄຟ ແລະ ກອງຕີພິເສດຂອງທະຫານນາວິກະໂຍທິນ. ນອກຈາກນັ້ນປະເທດ ອາຣາບີຊາອຸດິກໍໄດ້ເຂົ້າຮ່ວມໃນການຊ້ອມຮົບໃນຄັ້ງ
ນີ້ໃນຖານະຜູ້ສັງເກດການ.

     ບັນດາກໍາລັງທີ່ເຂົ້າຮ່ວມໃນການຊ້ອມຮົບໄດ້ຊ້ອມການຖອດສະລັກລະເບີດໃຕ້ນໍ້າ, ເກັບກູ້ລະເບີດ ແລະ ການຈູ່ໂຈມແບບສາຍຟ້າແລບຕໍ່ຕ້ານການກໍ່ການຮ້າຍ. ການ
ຊ້ອມຮົບໃນຄັ້ງນີ້ແມ່ນເພື່ອຍົກລະດັບຂີດຄວາມສາມາດໃນການປະສານງານສູ້ຮົບ, ເພີ່ມທະວີການພົວພັນທາງດ້ານການທະຫານ ແລະ ຍົກສູງຄວາມສາມາດການເຄື່ອນ
ໄຫວຂອງບັນດາກໍາລັງທີ່ເຂົ້າຮ່ວມ.

     ປະເທດ ອີຢີບ ມັກຈະຈັດຕັ້ງການຊ້ອມຮົບຮ່ວມກັບຫຼາຍປະເທດໃນທົ່ວໂລກ ເພື່ອແນໃສ່ເພີ່ມທະວີການພົວພັນດ້ານປ້ອງກັນຊາດ ແລະ ແລກປ່ຽນບົດຮຽນດ້ານການ
ທະຫານກັບປະເທດຕ່າງໆໃນທົ່ວໂລກ.