ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ ຕາລີ​ບັນ ​ແລະ ສະຫະລັດ ກຽມພົບ​ປະ​ເຈລະຈາ​ເພື່ອ​ຫາ​ທາງ​ອອກ​ຮ່ວມ​ກັນ

     ສໍານັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 24 ມິຖຸນາ 2019 ນີ້ວ່າ: ຕົວແທນຝ່າຍລັດຖະ ບານຂອງສະຫະລັດດ້ານຄວາມຫມັ້ນຄົງ ແລະ ຕົວແທນຂອງກຸ່ມ ຕາ
ລີບັນ ກຽມຫາລືເປີດກວ້າງຮ່ວມ ກັນ. ເພື່ອຫາທາງອອກຢຸດຕິຄວາມຂັດແຍ້ງພາຍໃນປະເທດ ອາຟະການິດສະຖານ ທີ່ດໍາເນີນມາເປັນ ເວລາ 18 ປີ.

     ຜູ້ຊ່ຽວຊານຂອງສະຫະລັດ ເຊິ່ງເປັນຜູ້ສັງເກດການສະຖານະການໃນ ອາຟະການິດສະຖານ ໄດ້ກ່າວຜ່ານທາງສື່ສັງຄົມອອນລາຍວ່າ: ສະຖານະການໃນ ອາຟະການິດ
ສະຖານ ນັບມື້ຮຸນແຮງຂຶ້ນ ສະນັ້ນເພື່ອເປັນການຢັບຢັ້ງບໍ່ໃຫ້ເຫດການຮຸນແຮງກວ່າເກົ່າ, ທາງສະຫະລັດຈຶ່ງໄດ້ມີແຜນການທີ່ຈະເປີດໂຕະເຈລະຈາກັບກຸ່ມ ຕາລີບັນ ໂດຍ
ກົງເຊິ່ງຈະຈັດຂຶ້ນໃນວັນທີ 29 ມິຖຸນາ ນີ້ຢູ່ທີ່ປະເທດ ກາຕ້າ.

     ຢ່າງໃດກໍຕາມໃນໄລຍະຜ່ານມາ ທັງສອງຝ່າຍໄດ້ເຈລະຈາກັນແລ້ວຫຼາຍເທື່ອ, ທັງເຈລະຈາກັບ ຝ່າຍລັດຖະບານ ແລະ ຝ່າຍຄ້ານຂອງ ອາຟະການິດສະຖານ ໂດຍຄັ້ງ
ຫຼ້າສຸດແມ່ນເຈລະຈາກັນຢູ່ທີ່ ນະຄອນຫຼວງ ມົດສະກູ ປະເທດ ຣັດເຊຍ, ຜົນການເຈລະຈາທຸກຄັ້ງນັ້ນ ມັກຈະໃຊ້ໄດ້ພຽງໄລຍະສັ້ນໆ ແລະ ບໍ່ສັກສິດເທົ່າທີ່ຄວນ, ສະນັ້ນ
ໃນຄັ້ງນີ້ ຖືວ່າເປັນການເຈລະຈາໂດຍກົງກັບສະຫະລັດ ເຊິ່ງ ຕາລີບັນ ເອງເຫັນວ່າ. ຄວາມຂັດແຍ້ງທີ່ແທ້ຈິງແລ້ວມັນເກີດມາຈາກສະຫະລັດທີ່ໃຫ້ການສະຫນັບສະຫນູນ
ດ້ານອາວຸດ ແລະ ດ້ານອື່ນໆແກ່ຝ່າຍລັດຖະບານ ອາຟະການິດສະຖານ. ສະນັ້ນການເຈລະຈາກັບ ສະຫະລັດຈຶ່ງເປັນເລື່ອງທີ່ຖືກຕ້ອງ ແລະ ຫນ້າຈະໄດ້ຮັບຜົນດີກວ່າທຸກ
ຄັ້ງເພາະແກ້ໄຂໄດ້ຖືກຈຸດ.

     ຄວາມຂັດແຍ່ງໃນປະເທດ ອາຟະການິດສະຖານ ແມ່ນເລີ່ມເກີດຂຶ້ນໃນວັນທີ 11 ເດືອນ ກັນ ຍາ 2001, ໂດຍເປັນມື້ທີ່ກຸ່ມຄົນຮ້າຍໄດ້ໂຈມຕີຕຶກແຝດໃນ ສະຫະລັດ
ດ້ວຍຍົນ ແລະ ໂຈມຕີກະຊວງປ້ອງກັນປະເທດຂອງ ສະຫະລັດ, ຈາກເຫດການດັ່ງກ່າວ ທາງສະຫະລັດ ຈຶ່ງໄດ້ກ່າວຫາວ່າເປັນ ສີມືຂອງກຸ່ມ ຕາລີບັນ ທີ່ມີກຸ່ມ ອານເຄດາ
ເປັນເຄືອຂ່າຍ ແລະ ເປັນຜົນພວງໃຫ້ສະຫະລັດຕ້ອງກວາດລ້າງທັງສອງກຸ່ມຈົນມາຮອດທຸກມື້ນີ້.