ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຂກອງປະຊຸມປະຈຳປີຂອງອົງການອຳນາດສູງສຸດແຫ່ງຊາດຈີນ


     ສໍານັກຂ່າວ ຊິນຮວ່າ ລາຍງານ ເມື່ອວັນທີ 22 ພຶດສະພາ 2020 ນີ້ວ່າ: ກອງປະຊຸມປະຈຳປີຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນໄດ້ຈັດຂຶ້ນຢູ່ ນະຄອນຫຼວງປັກ
ກິ່ງ. ທ່ານ ສີຈິ້ນຜິງ ແລະ ຜູ້ນຳພັກໄດ້ເຂົ້າຮ່ວມກອງປະຊຸມຜູ້ແທນປະຊາຊົນທົ່ວປະເທດທັງໝົດ 2897 ຄົນ, ເຊິ່ງສອດຄ່ອງກັບຈຳນວນຜູ້ແທນທີ່ກຳນົດຕາມກົດໝາຍ.

     ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ກອງປະຊຸມປະຈຳປີຂອງອົງການອຳນາດສູງສຸດແຫ່ງຊາດຈີນ ​ເລື່ອນ​ກ​ຳນົດເວລາ​ເປີດ​ກອງ
ປະຊຸມຈົນ​ຮອດເດືອນ ພຶດສະພາ ເປັນຄັ້ງທຳອິດໃນຮອບ 22 ປີ ຜ່ານມາ. ໃນພິທີເປີດຜູ້ເຂົ້າຮ່ວມກອງປະຊຸມທັງຫຼາຍໄດ້ສະແດງຄວາມໄວ້ອາໄລຕໍ່ວິລະຊົນຜູ້ເສຍສະຫຼະ
ຊີວິດໃນການຕ້ານກັບພະຍາດໂຄວິດ-19 ກໍຄືພີ່ນ້ອງຮ່ວມຊາດຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ. ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ໄດ້ຜ່ານບົດລາຍງານວຽກງານ
ລັດຖະບານໃນປີ 2019 ຕໍ່ກອງປະຊຸມ, ໂດຍຈະວາງຂໍ້ສະເໜີຕໍ່ວຽກງານໃນປີນີ້ ແລະ ຍື່ນໃຫ້ກອງປະຊຸມເພື່ອຄົ້ນຄວ້າພິຈາລະນາ.

     ນອກນີ້, ກອງປະຊຸມຍັງມີ 2 ວາລະທີ່ພົວພັນເຖິງວຽກງານນິຕິບັນຍັດ ຄືຄົ້ນຄວ້າພິຈາລະນາຮ່າງປະມວນກົດໝາຍແພ່ງສະບັບທຳອິດຂອງ ຈີນ ແລະ ຮ່າງຍັດຕິກ່ຽວ
ກັບການສ້າງ ແລະ ປັບປຸງລະບຽບການກົດໝາຍ ແລະ ກົນໄກການບັງຄັບໃຊ້ກົດໝາຍດ້ານການປົກປັກຮັກສາຄວາມ ໝັ້ນຄົງຂອງຊາດຢູ່ເຂດບໍລິຫານພິເສດຮົງກົງ.