ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມວົງແຄບຂອງລັດຖະມົນຕີກະຊວງເສດຖະກິດອາຊຽນ ຄັ້ງທີ 25


     ຕາມຂ່າວສານຫວຽດນາມ ລາຍງານເມື່ອວັນທີ 24 ເມສາ 2019 ນີ້ວ່າ: ບັນດາລັດຖະມົນຕີກະຊວງເສດຖະກິດຂອງບັນດາປະເທດອາຊຽນໄດ້ຈັດກອງປະຊຸມວົງ
ແຄບລັດຖະມົນຕີກະຊວງເສດຖະກິດອາຊຽນ (AEM Retreat) ຄັ້ງທີ 25 ຂຶ້ນຢູ່ທີ່ ພູເກັດ, ປະເທດໄທ ໃນລະຫວ່າງວັນທີ 22-23 ເມສາ ທີ່ຜ່ານມາ. ໂດຍໄດ້ປຶກສາຫາ
ລືບັນຫາຕົ້ນຕໍຄືເລື່ອງສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນທ້າຍປີນີ້ ແລະ ປັບປຸງກົນໄກປະຕູດຽວອາຊຽນ (ASW) ໃຫ້ສຳ
ເລັດ. ຖ້າຫາກບັນດາການປຶກສາຫາລືປະສົບຜົນສຳເລັດ, RCEP ຈະແມ່ນສັນຍາການຄ້າຫຼາຍ ຝ່າຍໃຫຍ່ທີ່ສຸດໃນປະຫວັດສາດ, ລວມມີ 10 ປະເທດອາຊຽນ ແລະ ຈີນ,
ອິນເດຍ, ຍີ່ປຸ່ນ, ສ ເກົາ ຫຼີ, ອົດສະຕຣາລີ ພ້ອມກັບ ນິວຊີແລນ. ນອກນັ້ນ ໃນທີ່ກອງປະຊຸມ AEM Retreat ຄັ້ງທີ 25, ບັນດາລັດຖະມົນຕີກະຊວງເສດຖະກິດອາຊຽນ
ຍັງໄດ້ລົງນານໃນເອກະສານສຳຄັນ 2 ສະບັບຄື: ສັນຍາການຄ້າບໍລິການອາຊຽນ (ATISA) ແລະ ອານຸສັນຍາທີ 4 ສະບັບປັບປຸງສັນຍາການລົງທຶນຮອບດ້ານ ອາຊຽນ
(ACIA). ສັນຍາ ATISA ຈະແທນ ໃຫ້ສັນຍາແມ່ອາຊຽນກ່ຽວກັບການບໍລິການ (AFAS) ທີ່ມີຜົນສັກສິດແຕ່ປີ 1995. ສັນຍາ ATISA ມີຜົນສັກສິດພາຍຫຼັງລົງນາມ
ໃນເວລາ 180 ວັນ, ຊ່ວຍຍົກສູງບັນດາມາດຕະຖານ ແລະ ຜົນສັກສິດຂອງບັນດາຂໍ້ກຳນົດກ່ຽວກັບການບໍລິການຢູ່ບັນດາປະເທດສະມາຊິກອາຊຽນ, ຫຼຸດຜ່ອນບັນດາຮົ້ວ
ກີດຂວາງດ້ານການຄ້າລົງ, ພ້ອມທັງຍົກສູງການໂປ່ງໃສໃນການປະຕິບັດການຄ້າການບໍລິການລະຫວ່າງບັນດາປະເທດອາຊຽນ. ອານຸສັນຍາທີ 4 ສະບັບປັບປຸງ ACIA
ຊ່ວຍດຶງດູດບັນດານັກລົງທຶນຕ່າງປະເທດເຂົ້າພາກພື້ນອາຊຽນໃຫ້ຫຼາຍກວ່າເກົ່າຕື່ມອີກ.