ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເປີດສູນຄົ້ນຄວ້າ ແລະ ພັດທະນາວັກ​ແຊັງຂອງກຸ່ມ BRICS


     ຕາມຂ່າວສານຊິນຮ່ວາ: ວັນທີ 22 ມີນານີ້, ສູນຄົ້ນຄວ້າ ແລະ ພັດທະນາວັກ​ແຊັງ ຂອງ BRICS ໄດ້ປະກາດເປີດນຳໃຊ້ ການຮ່ວມມື ທາງອິນເຕີເນັດ
ເພື່ອຄົ້ນຄວ້າ ແລະ ຜະລິດວັກແຊັງ ຮ່ວມກັນ, ໂດຍມີສະມາຊິກ 5 ປະເທດ ຈະລົງເລິກການຮ່ວມມືຄົ້ນຄວ້າ, ພັດທະນາ ແລະ ທົດລອງວັກ​ແຊັງ ພ້ອມກໍ່
ສ້າງໂຮງງານຮ່ວມມືຜະລິດ. ການແລກປ່ຽນ ແລະ ການຮ່ວມມື ດັ່ງກ່າວ ຖືເປັນບາດກ້າວອັນໜັກແໜ້ນ ອີກອັນໜຶ່ງຂອງບັນດາປະເທດ BRICS ໃນການ
ເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ ໃນການຄົ້ນຄວ້າ ແລະ ພັດທະນາວັກແຊັງ.

     ທ່ານ ຫວັງ ຈື ກາງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ ຈີນ ກ່າວໃນພິທີເປີດສູນຄົ້ນຄວ້າ ແລະ ພັດທະນາວັກແຊັງ BRICS
ອອນລາຍ ແລະ ກອງປະຊຸມສຳມະນາ ການຮ່ວມມືດ້ານວັກແຊັງ ທີ່ຈັດຂຶ້ນ ໃນວັນດຽວກັນ ວ່າ: ບັນດາປະເທດ BRICS, ເຊິ່ງປະກອບມີຈີນ, ອິນເດຍ,
ບຣາຊິນ, ອີຣານ ແລະ ຣັດເຊຍ. ສູນດັ່ງກ່າວ ເປັນຕົວແບບ ຂອງຕະຫຼາດ ວັກແຊັງ ທີ່ພົ້ນເດັ່ນ ແລະ ເປັນ ການດຶງດູດປະເທດ ທີ່ກຳລັງພັດທະນາ ເພື່ອພ້ອມ
ກັນພັດທະນາ ຕົນເອງ, ເປັນກຳລັງສຳຄັນ ໃນການຊຸກຍູ້ການປົກປ້ອງ ປະຊາຄົມທົ່ວໂລກ. ຈຸດປະສົງການເປີດສູນວັກແຊັງ BRICS ເປັນໂອກາດເພື່ອລົງ
ເລິກການແລກປ່ຽນ ແລະ ການຮ່ວມມືເພື່ອຕ້ານການແຜ່ລະບາດ ແລະ ສະແດງໃຫ້ເຫັນ “ຄວາມຮັບຜິດຊອບຂອງ BRICS” ເພື່ອຊຸກຍູ້ການຮ່ວມມື ຕ້ານ
ການແຜ່ລະບາດຂອງພະຍາດ.

     ທີ່ພິທີເປີດຕົວ, 5 ສູນກາງ ແຫ່ງຊາດຂອງສູນ R&D Vac­cine BRICS ໄດ້ຮ່ວມກັນສະເໜີຂໍ້ລິເລີ່ມ ໃນການເພີ່ມທະວີ ການຮ່ວມມືດ້ານວັກແຊັງ
ແລະ ສ້າງສາຍປ້ອງກັນ ພະຍາດລະບາດ, ແຈກຢາຍວັກແຊັງ ໃຫ້ປະຊາຊົນທົ່ວໂລກຢ່າງຍຸດຕິທຳ ແລະ ສົມເຫດສົມຜົນ, ຮັບປະກັນ ການມີຢາວັກແຊັງ ຢູ່
ປະເທດ ທີ່ພວມພັດທະນາ. ນອກນັ້ນ ຍັງຈະຕ້ອງເພີ່ມທະວີການຮ່ວມມືຄົ້ນຄວ້າ ແລະ ພັດທະນາ ເພື່ອຍົກສູງຄວາມສາມາດຂອງບັນດາ ປະເທດ BRICS
ໃນການປ້ອງກັນ ແລະ ຄວບຄຸມພະຍາດຕິດແປດຊະນິດຕ່າງໆ ເພື່ອຕອບສະໜອງທັນການ ໃຫ້ແກ່ສາທາລະນະສຸກ. ຂໍ້ລິເລີ່ມດັ່ງກ່າວຍັງໄດ້ ເນັ້ນໜັກເຖິງ
ການເປີດກວ້າງ ແລະ ຍິນດີຕ້ອນຮັບບັນດາຄູ່ຮ່ວມມືຫຼາຍຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 25/03/2022