ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກໍາປູເຈຍ ບໍ່​ອານຸຍາດ​ໃຫ້​ແຮງ​ງານ​ເດີນທາງ​ເຂົ້າ​ໄທ ​ເພື່ອ​ປ້ອງ​ກັນ​​ໂຄ​ວິດ​ລະບາດ

     ເອພີລາຍງານໃນ ວັນທີ 23 ທັນວາ ໂດຍອ້າງແຫຼ່ງຂ່າວຈາກສໍານັກຂ່າວຊິນຮວາ: ທາງການຂອງ ກໍາປູເຈຍ ໄດ້ປະກາດລະງັບບໍ່ໃຫ້ແຮງງານເດີນທາງ
ເຂົ້າ ແຂວງ ສະໝຸດສາຄອນ ປະເທດໄທ.

     ທ່ານ ອິດຊອມ ເຮງ ລັດຖະມົນຕີ ກະຊວງແຮງງານ ຂອງ ກໍາປູເຈຍ ຖະແຫຼງການວ່າ: ການສົ່ງແຮງງານເຂົ້າໄປເຮັດວຽກໃນປະເທດໄທ ຕາມບົດບັນ
ທຶກສັນຍາ ແລະ ເຮັດວຽກຕາມລະດູການໄດ້ຖືກລະງັບຊົ່ວຄາວ ເຊິ່ງເລີ່ມປະຕິບັດທັນທີຈົນກວ່າຈະມີຄໍາສັ່ງໃຫ້ເປີດດ່ານອີກ. ພ້ອມທັງຮຽກຮ້ອງໃຫ້ບັນ
ດາບໍລິສັດຈັດຫາງານ ຫຼື ສະມາຄົມນາຍຈ້າງ ໄທ ຢ່າງໃກ້ຊິດຈົ່ງໃຫ້ຄວາມຊ່ວຍເຫຼືອທີ່ຈໍາເປັນແກ່ແຮງງານ ກໍາປູເຈຍ ຢູ່ໃນໄທ.

     ໄທເປັນຕະຫຼາດຂະໜາດໃຫຍ່ທີ່ສຸດຂອງແຮງງານ ກໍາປູເຈຍ, ໂດຍຕາມຂໍ້ມູນຈາກ ກະຊວງແຮງງານຂອງ ກໍາປູເຈຍ ເປີດເຜີຍວ່າ: ມີແຮງງານ ກໍາປູ
ເຈຍ ເຮັດວຽກຢູ່ປະເທດ ໄທ ຫຼາຍກວ່າ 1.1 ລ້ານຄົນ. ໃນຄະນະດຽວກັນ ລັດຖະມົນຕີ ກະຊວງແຮງງານ ຍັງໄດ້ຮຽກຮ້ອງໃຫ້ແຮງງານທີ່ຕ້ອງການເດີນ
ທາງເຂົ້າ ໄທ ຈົ່ງພາກັນປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ລວມທັງຕ້ອງສວມໜ້າກາກອະນາໄມ ແລະ ລ້າງມື
ເປັນປະຈໍາທຸກຄັ້ງທີ່ມີການສໍາຜັດຄົນແປກໜ້າ ​ແລະ​ ບໍ່ເດີນທາງໄປຍັງພື້ນທີ່ແອອັດ.

     ນອກນັ້ນ, ຖະແຫຼງການດັ່ງກ່າວ ຍັງໄດ້ແນະນໍາໃຫ້ຂັ້ນທ້ອງຖິ່ນໃຊ້ມາດຕະການ ສາທາລະນະສຸກຕາມແນວຊາຍແດນທີ່ຕິດກັບປະເທດ ໄທ ຢ່າງເຂັ້ມ
ງວດຍິ່ງຂຶ້ນ ດ້ວຍການກວດສຸຂະພາບ ແລະ ຂໍ້ມູນການເດີນທາງຂອງນັກທ່ອງທ່ຽວທີ່ຈະເດີນທາງເຂົ້າປະເທດ.