ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຣານ ຈະ​ຍື່ນ​ຂໍ້​ສະ​ເໜີສັນຕິພາບ


     ສຳນັກຂ່າວ ຊິນຮວ່າ ລາຍງານໃຫ້ຮູ້ໃນວັນທີ 23 ກັນຍານີ້ວ່າ: ທ່ານ ໂຣຮານີ ປະທານາທິ ບໍດີ ອີຣານ ຈະຍື່ນຂໍ້ສະເໜີສັນຕິພາບກ່ຽວກັບບັນຫາຊ່ອງແຄບຮໍມຸດ ໄປ
ຍັງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ຂໍປະທ້ວງຕໍ່ການຕຳນິ ອີຣານ ໃນບາງເຫດການທີ່ເກີດຂຶ້ນໃນພາກພື້ນ.

     ທ່ານ ໂຣຮານີ ກ່າວໃນຄຳປາໄສທີ່ນະຄອນຫຼວງ ເຕເຮຣານ ໃນວັນທີ 22 ກັນຍາ ນີ້ວ່າ: ຂໍ້ ສະເໜີສັນຕິພາບຂອງ ອີຣານ ມີຈຸດປະສົງເພື່ອຮຽກຮ້ອງໃຫ້ມີຄວາມສາມັກ
ຄີໃນພາກພື້ນ. ເພື່ອປົກປ້ອງຄວາມໝັ້ນຄົງຂອງອ່າວ ເປີເຊຍ, ຊ່ອງແຄບຮໍມຸດ ແລະ ອ່າວໂອມານ. ນອກຈາກນັ້ນຢູ່ ໃນຂໍ້ສະເໜີສັນຕິພາບຂອງ ອີຣານ, ອີຣານ ຈະຄັດຄ້ານ
ຢ່າງສຸດຂີດຕໍ່ການແຊກແຊງຂອງກໍາລັງຕ່າງຊາດໃນພາກພື້ນ. ທ່ານ ໂຣຮານີ ກ່າວເນັ້ນວ່າ: ການຕຳນິຂອງບັນດາປະເທດຝ່າຍຕາເວັນຕົກຕໍ່ອີຣານ ແມ່ນບັນຫາທີ່ຊໍ້າຊາກ
ໂດຍສະເພາະແມ່ນບັນຫາເລື່ອງການສົ່ງອອກນໍ້າມັນຂອງອີຣານ, ເຊິ່ງ ອີຣານ ໄດ້ປະຕິເສດເລື່ອງນີ້.