ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມຣິກາ ສົ່ງ​ທະຫານ​ໄປ​ປະຈຳ​ຢູ່ ອາຣາບີ ຊາ​ອຸ​ດິ


     ສໍານັກຂ່າວ ຟອກສ໌ນີວຊ໌ ລາຍງານໃນວັນທີ 23 ກໍລະກົດ 2019 ນີ້ວ່າ: ເຈົ້າໜ້າທີ່ທະຫານ ອາເມຣິກາ ເປີດເຜີຍໃນວັນທີ 21 ກໍລະກົດ ວ່າ: ກະຊວງປ້ອງກັນປະເທດ
ສະຫະຣັດ ໄດ້ອະນຸຍາດສົ່ງທະຫານຂອງຕົນໄປປະຈຳການຢູ່ ອາຣາບີ ຊາອຸດິ ເພື່ອຮັບມືກັບໄພຂົ່ມຂູ່ຈາກເຂດຕາເວັນອອກກາງ.

     ກອງບັນຊາການສູນກາງກອງທັບ ສະຫະຣັດ ອອກຖະແຫຼງການ ໃນວັນທີ 21 ກໍລະກົດ ນີ້ວ່າ: ການສົ່ງທະຫານ ອາເມຣິກາ ໄປປະຈຳຢູ່ ອາຣາບີ ຊາອຸດິ ກໍເພື່ອຮັບປະກັນ
ແລະ ເພີ່ມປະສິດທິພາບໃນການຮັບມືກັບໄພຂົ່ມຂູ່ທີ່ເກີດຂຶ້ນຢ່າງກະທັນຫັນຢູ່ເຂດຕາເວັນອອກກາງ. ຖະແຫຼງການບໍ່ໄດ້ແຈ້ງໃຫ້ຮູ້ຈຳນວນທະຫານທີ່ຈະສົ່ງໄປ ອາຣາບີຊາ
ອຸດິ, ແຕ່ຕາມສຳນັກຂ່າວ CNN ລາຍງານ ໂດຍອ້າງຕາມຄຳເວົ້າຂອງເຈົ້າໜ້າທີ່ທະຫານ ອາເມຣິກາ ຜູ້ບໍ່ປະສົງເປີດເຜີຍຊື່ໃຫ້ຮູ້ວ່າ: ອາເມຣິກາ ຈະສົ່ງທະຫານປະມານ 500
ຄົນໄປປະຈຳຢູ່ຖານທັບອາກາດ ປຣິນຊຸນຕານ ຂອງອາຣາບີ ຊາອຸດິ.

     ໃນຫຼາຍເດືອນຜ່ານມາ, ສາຍພົວພັນລະຫວ່າງ ອາເມຣິກາ ກັບ ອີຣານ ໄດ້ເຄັ່ງຕຶງຂຶ້ນຕື່ມອີກ, ຫຼ້າສຸດ ອີຣານ ໄດ້ຢຶດເຮືອສົ່ງສິນຄ້າຂອງ ອັງກິດ ເພື່ອເປັນການຕອບໂຕ້
ຄືນທີ່ ອັງກິດ ຢຶດເຮືອສົ່ງສິນຄ້າຂອງ ອີຣານ ກ່ອນ. ນອກຈາກນີ້ ອາເມຣິກາ ຍັງໄດ້ຍິງໂດຣນຂອງ ອີຣານ ຕົກ, ສ້າງຄວາມບໍ່ພໍໃຈຢ່າງແຮງໃຫ້ແກ່ ອີຣານ. ອາເມຣິກາ ໄດ້
ຕົກລົງສົ່ງທະຫານໄປເຂດຕາເວັນອອກກາງແລ້ວສອງເທື່ອ. ແຕ່ຢ່າງໃດກໍຕາມ ອີຣານ ກໍບໍ່ໄດ້ມີຄວາມວິຕົກກັງວົນໃຈຕໍ່ເລື່ອງທີ່ເກີດຂຶ້ນຍ້ອນ ອີຣານ ມີຄວາມພ້ອມເຕັມ
ທີ່ຢູ່ແລ້ວໃນການຕອບໂຕ້ຄືນ.