ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບແຊັກບີ ນຳສະເໜີລົດຕັງທີ່ຍົກລະດັບ


     ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ກອງທັບແຊັກບີ ໄດ້ນໍາສະເໜີລົດຕັງ (MBT) ລຸ້ນທີໄດ້ຮັບການຍົກລະດັບມາຈາກລົດຕັງ M-84
AC1 ແລະ ໄດ້ນໍາສະເໜີໃນງານວາງສະແດງອຸປະກອນທາງການທະຫານທີ່ນະຄອນຫຼວງແບນກຣາດປະເທດແຊັກບີ.

     ການຍົກລະດັບລົດຕັງລຸ້ນນີ້ ແມ່ນເພື່ອໃຫ້ມີບົດບາດການສູ້ຮົບ ເທົ່າທຽມກັບລົດຕັງ ERO-19 ລຸ້ນ 3 ແລະ ລົດຕັງ T-90 ຂອງ ຣັດເຊຍ ທີມີການຍົກລະດັບລະ
ບົບຕ່າງໆ ພາຍໃນລົດດ້ວຍລະບົບເອເລັກໂຕຣນິກທີ່ມີຄວາມທັນສະໄໝສູງ ແລະ ພາຍນອກຕົວລົດໃຫ້ມີລະບົບປ້ອງກັນຈາກການຄົ້ນຫາການໂຈມຕີຂອງຝ່າຍກົງ
ກັນຂ້າມ.

     ໃນກອງປະຊຸມຄວາມໝັ້ນຄົງ ພາຍໃນປະເທດເມື່ອຕົ້ນເດືອນມີຖຸນາ ເຈົ້າໜ້າທີ່ຂັ້ນສູງກະຊວງ ປ້ອງກັນປະເທດແຊັກບີ ໄດ້ຢັ້ງຢືນວ່າ: ລົດຕັງທີໄດ້ຮັບການຍົກລະດັບ
ຈະຖືກນໍາເຂົ້າປະຈໍາການຄືນຢູ່ກອງທັບຕົນໃນທ້າຍປີ 2020 ແລະ ກອງທັບແຊັກບີ ຍັງມີແຜນຈະສືບຕໍ່ຍົກລະດັບລົດຕັງລຸ້ນ M-84 ຈໍາ ນວນ 232 ຄັນອີກໃນອະນາຄົດ.