ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກືອບ 700 ຄົນ​ ​ເສຍ​ຊີວິດ​ຍ້ອນ​ສົງຄາມ ລີ​ບີ ​ໃນ​ໄລຍະ 3 ​ເດືອນ​ທີ່​ຜ່ານ​ມາ

     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 20 ມິຖຸນາ 2019 ໂດຍອ້າງຂໍ້ມູນຈາກອົງ ການອະນາໄມໂລກ (WHO) ແຈ້ງໃຫ້ຮູ້ຜ່ານສື່ສັງຄົມວ່າ: ໃນປີ 2019 ນີ້
ຄວາມຂັດແຍ່ງພາຍໃນປະເທດ ລີບີ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມແລ້ວ 691 ຄົນ ໃນນັ້ນມີພົນລະເຮືອນຈໍານວນໜຶ່ງ ແລະ ບາດເຈັບອີກ 4.012 ຄົນຈາກການຕໍ່ສູ້ຢູ່
ພາຍໃນ ແລະ ຊານເມືອງຂອງນະຄອນຫຼວງ ຕຣີໂປລີ.

     ກອງທັບຢູ່ທາງພາກຕາເວັນອອກຂອງ ລີບີ ໄດ້ດໍາເນີນບັ້ນຮົບມາຕັ້ງແຕ່ຕົ້ນເດືອນ ເມສາ ທີ່ ຜ່ານມາ. ເພື່ອແນໃສ່ຢຶດເອົານະຄອນຫຼວງ ຕຣີໂປລີ ບ່ອນເຊິ່ງມີອໍານາດ
ການປົກຄອງທີ່ໄດ້ຮັບການ ສະໜັບສະໜູນຈາກສະຫະປະຊາຊາດ (ສປຊ) ຕັ້ງຢູ່.

     ນາຍົກລັດຖະມົນຕີ ຂອງລັດຖະບານສາມັກຄີແຫ່ງຊາດ (GNA) ຂອງ ລີບີ ທີ່ໄດ້ຮັບການຮັບ ຮູ້ຈາກສາກົນໄດ້ສະເຫນີຈັດການເລືອກຕັ້ງທົ່ວໄປ ແລະ ເລືອກຕັ້ງປະ
ທານາທິບໍດີກ່ອນທ້າຍປີນີ້ ເພື່ອຢຸດຕິວິກິດການຢູ່ໃນ ລີບີ. ນາຍົກລັດຖະມົນຕີ ໄດ້ນໍາສະເໜີແນວຄວາມຄິດລິເລີ່ມເພື່ອຢຸດຕິວິກິດການ ແລະ ຮຽກຮ້ອງໄປຍັງປະຊາຊົນ
ລີບີ ໃຫ້ການສະໜັບສະໜູນ, ເຊິ່ງແນວຄວາມຄິດນີ້ ແມ່ນອີງ ໃສ່ການປະສານສົມທົບກັບ ສປຊ ເພື່ອຈັດຕັ້ງກອງປະຊຸມແຫ່ງຊາດ ແນໃສ່ເຕົ້າໂຮມທຸກໆກໍາລັງທາງ ການ
ເມືອງ ແລະ ຕົວແທນຂອງປະຊາຊົນຢູ່ໃນທຸກໆເຂດຂອງປະເທດ. ເຖິງຢ່າງໃດກໍຕາມ ນາຍົກລັດຖະມົນຕີ ອາລ-ເຊີຣາສ ໃຫ້ຮູ້ວ່າ: ທ່ານບໍ່ພ້ອມທີ່ຈະເຈລະຈາກັບ ນາຍພົນ
ຄາລີຟາ ຮາຟຕາ ຜູ້ບັນຊາ ການກໍາລັງກອງທັບຢູ່ທາງພາກຕາເວັນອອກຂອງ ລີບີ (GLA) ເພື່ອຢຸດຕິບັ້ນຮົບທີ່ແນໃສ່ນະຄອນຫຼວງ ຕຣີໂປລີ ຕະຫຼອດສອງເດືອນທີ່ຜ່ານ
ມານັ້ນ.