ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຊ​ມາລີ ຍັງ​ຜະ​ເຊີນ​ກັບ​ຄວາມ​ຮຸນ​ແຮງ​ຢ່າງ​ຕໍ່​ເນື່ອງ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 23 ພຶດສະພາ 2019 ນີ້ວ່າ: ເກີດເຫດຄົນຮ້າຍໂຈມຕີດ້ວຍລະເບີດສະຫຼະຊີບໃສ່ບໍລິເວນດ່ານກວດຄົນເຂົ້າ-ອອກ ເມືອງ
ແຫ່ງໜຶ່ງໃນນະຄອນຫຼວງ ໂມກາດິດຊູ ປະເທດໂຊມາລີ ລະເບີດໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 9 ຄົນ ແລະ ບາດເຈັບອີກ 13 ຄົນ.

     ເຈົ້າໜ້າທີ່ລະດັບສູງຂອງໂຊມາລີໄດ້ເປີດເຜີຍກັບສຳນັກຂ່າວວ່າ: ເຫດການນີ້ແມ່ນເກີດຂຶ້ນໃນຕອນເຊົ້າຂອງວັນພຸດ ເປັນຊ່ວງ ເວລາທີ່ຜູ້ຄົນຕ່າງກໍຟ້າວໄປວຽກ ສະ
ນັ້ນຈຸດດັ່ງກ່າວ ຈຶ່ງແອອັດໄປດ້ວຍລົດໃນຈັງຫວະນັ້ນເອງຄົນຮ້າຍໄດ້ສວຍໂອກາດຂັບລົດເກງ ທີ່ມີລະເບີດຢູ່ດ້ານໃນມາດ້ວຍ ຄວາມໄວສູງໄປຕຳກັບຈຸດທີ່ພະນັກງານ
ແລະ ເຈົ້າໜ້າທີ່ທະຫານ ກຳລັງປະຕິບັດໜ້າທີ່ຢູ່, ແຮງລະເບີດໄດ້ເຮັດໃຫ້ລົດຈຳນວນຫຼາຍຄັນເປ່ເພ ແລະ ຜູ້ຄົນຕ່າງກໍແຕກຕື່ນ, ພາຍຫຼັງເຫດການສະຫງົບ ລົງ ຈຶ່ງພົບ
ວ່າມີຜູ້ເສຍຊີວິດ 9 ຄົນ ແລະ ບາດເຈັບ 13 ຄົນ ເຊິ່ງ ສ່ວນຫຼາຍເປັນເຈົ້າໜ້າທີ່ຂອງ ລັດຖະບານ.

     ໃນເວລາຕໍ່ມາທາງກຸ່ມຫົວຮຸນແຮງອານຊາບັບໄດ້ອອກມາສະແດງຄວາມຮັບຜິດຊອບຕໍ່ເຫດການດັ່ງກ່າວ,ໂດຍອ້າງເຫດຜົນວ່າພວກຕົນບໍ່ພໍໃຈກັບການເຮັດວຽກ
ແລະ ການບໍລິຫານປະເທດ ຂອງຝ່າຍລັດຖະບານ, ສະນັ້ນຈຶ່ງຢາກຮຽກຮ້ອງໃຫ້ລັດຖະບານໄຕ່ຕອງໃຫ້ຮອບຄອບກວ່າເກົ່າ.

     ໂຊມາລີໄດ້ຜະເຊີນກັບສົງຄາມກາງເມືອງມາຕັ້ງແຕ່ປີ 2011 ໂດຍຈຸດເລີ່ມຕົ້ນເກີດມາ ຈາກການເດີນປະທ້ວງນ້ອຍໆ ແລະ ມີລັກສະນະຮຸນແຮງຂຶ້ນເລື້ອຍໆຈົນເຮັດ
ໃຫ້ເປັນສົງຄາມກາງເມືອງໃນທີ່ສຸດ. ຕະຫຼອດໄລຍະເວລາທີ່ຜ່ານມາສົງຄາມກາງເມືອງໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 10.000 ກວ່າຄົນ ແລະ ຫຼາຍລ້ານຄົນໄດ້ຮັບຜົນ
ກະທົບ.